Рет қаралды 3,058,256
ໂຊກຊະຕາແລະເວນກຳ ພາກ1 โชคชะตาและเวรกรรม (ภาค1) - MAY UNA
ສາມາດຕິດຕາມເພງ: ໂຊກຊະຕາແລະເວນກຳ ພາກ 2 ໄດ້ທາງຊ່ອງ UNA MUSIC
ເນື້ອຮ້ອງທຳນອງ : MAY UNA
ຮຽບຮຽງ : THER UNA
ເນື້ອເພງ
ແຕ່ນ້ອງກະຮັກອ້າຍ ບໍ່ໜ້ອຍກວ່າເມຍອ້າຍເລີຍ
ຊິໃຫ້ນ້ອງຢູ່ເສີຍໆ ມັນຄົງເປັນໄປບໍໄດ້ດອກ
ເມຍອ້າຍກະງາມປານນີ ເມຍອ້າຍແສນດີແລະເໝາະສົມກັນ
ແຕ່ນ້ອງຍັງດື້ດ້ານ ຢາກໃຫ້ເຂົາເລີກກັນທຸກວິທີທາງ
ເພາະນ້ອງນິມັກອ້າຍຫຼາຍ ຊິຕາຍອາການປະມານນັ້ນ
ຕັ້ງແຕ່ອ້າຍເຂົ້າມາພົວພັນ ມັນອໍໂຕ້ຣັນຄິດຢາກຄອບຄອງຫົວໃຈ
ບາບກຳຄາຄໍຈໍ່ລໍ່ ຄິດພໍ້ແຕ່ໜ້າຜົວເຂົາ
ຮ້ອນຮຸ່ມໃນໃຈເໝືອນໄຟແຜດເຜົາ ຢາກຊິເອົາມາຄອງໃຫ້ໄດ້
ເພາະນ້ອງກະຮັກອ້າຍ ບໍ່ໜ້ອຍກວ່າເມຍອ້າຍເລີຍ
ຊິໃຫ້ນ້ອງຢູ່ເສີຍໆ ທຳໃຈຍາກຢູ່ຄືກັນ
ນ້ອງບອກໄດ້ເລີຍຕອນນີ້ ໃຫ້ຖອຍຄົງຊິບໍ່ທັນ
ຮັກອ້າຍໃນໃຈເປັນລ້ານຄຳ ແຕ່ທາງຕັນເພາະອ້າຍນັ້ນມີເມຍ
ໃຫ້ປີນຕົ້ນງິ້ວກະຍອມ ແຕ່ຄົງບໍ່ແມ່ນຕອນນີ້
ຜິດຖືກນ້ອງກໍຮູ້ດີ ແຕ່ໃຈນີ້ຍັງຢາກໄດ້ອ້າຍມາຄອງ
ແຕ່ອ້າຍນັ້ນມີເຈົ້າຂອງ ຈັ່ງໃດນ້ອງ...ກະທຳຮ້າຍມີອ້າຍບໍ່ລົງ
#MAYUNA #ໂຊກຊະຕາແລະເວນກຳ #โชคชะตาเวรกรรม