Рет қаралды 31,100,451
ເພງ: ແຟນປັດຈຸບັນສຳຄັນສ່ຳໃດ /แฟนปัดจุบันสำคันส่ำใด
ຮ້ອງ: ຄົມ ຊະນະ/คม ชะนะ
ເນື້ອຮ້ອງ-ທຳນອງ:ຄົມ ຊະນະ/คม ชะนะ
ສັງກັດ: ຈຳປາ ສະຕູດິໂອ
ຕິດຕໍ່ງານໂທ: 02058971111/020 52277752
ຂຽນບົດ-ກຳກັບການສະແດງ: ຄົມ ຊະນະ
ເພງ ແຟນປັດຈຸບັນສຳຄັນສ່ຳໃດ
ແຕ່ງ: ຄົມ ຄົງຊະນະ
ອ້າຍກະມີຫົວໃຈ ຄືກັນເດີ້ເຈົ້າ
ເລື່ອງຂອງແຟນຄົນເກົ່າຢ່າເວົ້າດຸຫລາຍ
ກະຮູ້ຢູ່ດອກວ່າເຈົ້າຍັງລືມເຂົານັ້ນບໍ່ໃດ້
ກະຢາກໃຫ້ຄິດເຫັນໃຈແຟນໄຫມ່ເຈົ້າແນ່ຫລ້າ
ອ້າຍນີ້ກະຄືວ່ານຳເຈົ້າທຸກຢ່າງ
ກະຫວັງຊິລົບຊິລ້າງອະດີດເຂົາທີ່ຜ່ານມາ
ແຕ່ຟືນດົ້ນເກົ່າບໍ່ເປົ່າກະລຸກມັນຖືກຄືຄຳເຂົາວ່າ
ສິໃຫ້ອ້າຍຕາຍພຸ້ນຫວາຈັ່ງສິລືມເຂົາໃດ້
ແຟນໄຫມ່ ດີໃຫ້ຕາຍກະຄົງບໍ່ໃດ້ໃຈເຈົ້າ
ຄົນເປັນແຟນເກົ່າຍັງຄອງໃຈເຈົ້າຢູ່ທຸກວັນ
ແຟນປັດຈຸບັນມັນຍັງສຳຄັນສ່ຳໃດ
ຄົນເປັນແຟນໄຫມ່ກະມີຫົວໃຈຄືກັນ
ຢູ່ໃສວ່າຊິລືມເຂົາກ່ອນທີ່ເຮົາຊິມາຄົບກັນ
ສະຫລຸບອ້າຍເປັນໃດ້ພຽງໄມ້ກັນຫມາເທົ່ານັ້ນ
ເພາະໃຈເຈົ້າມັນ ບໍ່ລືມແຟນເກົ່າ
ອີກດົນປານໃດນໍ້ເຈົ້າຈຶ່ງຊິລືມເຂົາຄົນນັ້ນ
ຄັນບໍ່ຮັກກະຄືບໍບອກກັນດີໆມາຕົວະກັນຈັ່ງຊີ້ມັນເຈັບຮູ້ບໍ່
ຄັນຄວາມດີອ້າຍມັນຍັງມີບໍ່ພໍ
ອ້າຍກະຊິຂໍຄືນໃຈໃຫ້ເຈົ້າ
ຫາກແຟນເກົ່າຈັ່ງອ້າຍມັນບໍ່ດີ່ສ່ຳເຂົາ
ກະກັບໃປເອົາແຟນເກົ່າສາຫລ້າ