Рет қаралды 30,341
ເພງ: ຝົນຮຳໃຈ ຕົ້ນສະບັບ ຂັບຮ້ອງໂດຍ ດາວດິນ ຖິ່ນຈຳພອນ
💫ແຕ່ງໂດຍ ອາຈານວາດ ວາທະສິນ
⭐ຜົນງານເພງນີ້ເປັນລິິຂະສິດຂອງຄ້າຍເພງ ດີດີ ມີເດຍ DD MEDIA ຫ້າມນຳໄປດັດແປງແກ້ໄຂໂດຍບໍ່ໄດ້ຮັບອະນູຍາດເດັດຂາດ
ເນື້ອເພງ ຄຳຮ້ອງທຳນອງ ອ.ຈ ວາດ ວາທະສິນ
...ຝົນຕົກຈ໊າກໆ ນ້ຳໄຫຼຈາກຟາກຟ້າລົງລ່າງ
ຫົວໃຈຂອງອ້າຍເປັນຕ່າງ ເຫງົາອ້າງວ້າງເບິ່ງສາຍຝົນແຮງ
ສຽງຟ້າຟາດປ້ຽງ ຄືຈັ່ງສຽງຣາມມະສູນແກວ່ງ
ເມກຂະຫຼາຍໍແກ້ວກັ່ນແກ້ງ ປະກາຍແສງໃສແຈ້ງຈ່າງປ່າງ
...ເຫັນນ້ຳລົ້ນຕ້ອນ ອອນຊອນຝູງປາຕ້ອນໄຫຼລົງຫຼີ່
ເມື່ອປີກາຍກ່ອນນີ້ ອ້າຍມີນ້ອງອອດອ້ອນອີງຫຼັງ
ສຽງຟ້າຮ້ອງຕຶ້ງ ອ້າຍຄະນຶງສ່ອງຄອງທາງ
ທ່າມກາງສາຍຝົນລິນຫຼັ່ງ ຄິດຮອດຄວາມຫຼັງຈົນອົດບໍ່ໄດ້
*** ແຕກຈ໊າກໆ ນ້ຳຕາເອີຍ..ແຕກຈ໊າກໆ
ຄິດຮອດຮອຍຮັກ........ລົມປາກ
ສອງເຮົາເຄີຍຝາກ ຫ້ອຍຄ້ອງດວງ..ໃຈ
ລືມຕົ້ມປາຄໍ່ ຂອງອ້າຍແລ້ວບໍ່ນວນລະໄມ
ໄປຫຼົງ ເມືອງຫຼວງກວ້າງໃຫຍ່
ພໍ້ຜູ້ໃໝ່ ແລ້ວບໍນ້ອງຫຼ້າ
...ຝົນຕົກຈ໊າກໆ ຢາກໃຫ້ນ້ອງຫວນຄືນໂຄ້ງອ່ວຍ
ຮູ້ບໍວ່າໃຈອ້າຍປ່ວຍ ຂາດຄົນຊ່ວຍເບິ່ງແຍງຢຽວຢາ
ນ້ຳຝົນລັ່ງຍ້ອຍ... ນ້ຳຕາອ້າຍຍ້ວຍ..ເປຶ້ອນອຸຣາ
ຢືນແຂ່ງຝົນ ຄືຄົນເປັນບ້າ
ເຈັບປວດແທ້ນາ.......ຝົນຮຳໃຈ......(ຈົບ)
***ຊ້ຳ
ົ