Рет қаралды 261,294
#มาแรง #เสบสดเพลงลาว
ເພງ ບ່າວເຖົ້າກັບສາວຂື້ນໄຫມ່
ຮ້ອງໂດຍ ເກດສະໜາ ທະວີຊັບ&ນ້ອຍ ສາຍນ້ຳເຊ
ແຕ່ງໂດຍ ອຈ ກໍ ສິນປະຄອງ
ເພງນີ້ສະຫງວນລິດຂະສິດບໍ່ອະນຸຍາດໃຫ້ນຳເພງນິ້ໄປອັບລົງຊ່ອງທາງອື່ນໂດຍທີ່ບໍ່ໄດ້ຮັບການອະນຸຍາດຈາກເຈົ້າຂອງຄ້າຍເພງໂດຍເດັດຂາດຖ້າຫາກພົບເຫັນຈະດຳເນີນຕາມລະບຽບກົດໝາຍ
(ເນື້ອເພງ)
*ບໍ່ເບິ່ງສັ່ງານ. ສ່ຳລູກສ່ຳຫຼານຍັງຕາຫວານໃສ່
ເຮັດປານຜູ້ບ່າວຂື້ນໄຫມ່. ບໍ່ເກງໃຈສາຍຕາຍຄົນອື່ນ
ເຖົ້າຈົນຫົວຫງອກ. ຍັງມາຢອກເດັກນ້ອຍວານຊືນ
ຈັ່ງແມ່ນເຖົ້າໝາກເຂືອຂື່ນ. ໄປຢອກຄົນອື່ນຢ່າເວົ້ານຳຂ້ອຍ
*ໂອ່ຍເວົ້າຄ່ອຍໆ. ແນ່ເປັນຫຍັງຟັງອ້າຍເວົ້າກ່ອນ
ເຖົ້າແລ້ວແຕ່ແອວຍັງອ່ອນ. ບໍ່ອອນຊອນແນ່ບໍ່ຈັກໜ່ອຍ
ເຖິງອາຍຸຫຼາຍ. ແຕ່ຈິງໃຈບໍ່ໄດ້ສຳອອຍ
ບໍ່ເໝື່ອນກັບບ່າວສຳນ້ອຍ. ເຂົາໄດ້ຕ້ອຍເຂົາກໍຫ່າງໜີ
*ຫ່າງກັນຫຼາຍປີ. ທາງນີ້ບໍ່ເຄີຍສົນໃຈ
ນ້ອງມັກແຕ່ບ່າວລຸ້ນໄຫມ່. ໜ້າເຊາະໃສມາຮ່ວມຊີວີ
ເຖົ້າຄືຈັ່ງອ້າຍ. ບໍ່ເຫັນໃຈແນ່ບໍ່ຄົນດີ
ຫາກໄດ້ມາຮ່ວມຊີວີ. ຊິບໍ່ໃຫ້ມີຄຳວ່າເສຍໃຈ
*ຢ່າອະທິບາຍ. ໄປໃສກໍໄປບໍ່ມັກເຈົ້າດອກ
ເຖົ້າຫຼາຍຈົນວ່າຫົວຫງອກ. ຍັງມາບອກຮັກແບບບໍ່ອາຍ
ບໍ່ຮັກອີ່ຫຼີ. ອ້າຍຊິໜີໄປຫາທາງໄຫມ່
ເວົ້າຢອກຢ່ານ້ອຍໃຈຫຼາຍ. ຄັນຮັກຈິງໃຈໃຫ້ຟ້າວມາຂໍ..