No video

Lao Traditional Dance 2013 13 (ລາວດວງເດືອນ)

  Рет қаралды 5,916

vkone kone

vkone kone

11 жыл бұрын

ປະຫັວດຂອງບົດຟ້ອນແລະບົດຮ້ອງລາວດວງດືອນແມ່ນທຳນອງເພງລາວເດີມ ໃນຍຸກລ້ານຊ້າງຮຸ່ງເຮືອງ (ຣັຊະການເຈົ້າໄຊຍ໌ເຊດຖາ - ທ້າຍຣັຊະການເຈົ້າສຸຣິຍະວົງສາ) ລ້ວນແຕ່ໃສ່ຊື່ ຢ່າງສະຫລຽວສະຫລາດ ໂດຍໃຊ້ຄຳວ່າ "ລາວ" ນຳໜ້າທັງມວນ ໄດ້ແກ່: ລາວດວງເດືອນ, ລາວຄຳຫອມ, ລາວແສງທຽນ, ລາວເຈົ້າຊູ້, ລາວຈະເຣີນສີ, ລາວແພນນ້ອຍ, ລາວແພນໃຫຍ່, ລາວກະແຊ, ລາວລ້ານຊ້າງ ແລະ ອື່ນໆ. ທັງໝົດນັ້ນ ລ້ວນແຕ່ມີທຳນອງແບບຊ້າໆ, ສຸຂຸມເຍືອກເຢັນ ແລະ ອ່ອນຫວານ. ທີ່ຟັງແລ້ວ ຄືລົມພັດໄຜ່ ຫຼື ດັ່ງນ້ຳໄຫລເລິກ. ໃນນັ້ນ, ມີບາງເພງກໍ່ໄດ້ປະພັນເນື້ອຮ້ອງກຳກັບ ແລະ ບາງເພງກໍ່ມີພຽງທຳນອງດົນຕຣີເທົ່ານັ້ນ.
ຈົນເຖິງຄາວທີ່ບ້ານເມືອງຕົກເປັນປະເທສະຣາຊຂອ¬ງສັກດິນາໃກ້ຄຽງ ຫລັງການເຂົ້າຈູດເຜົນນະຄອນວຽງຈັນຣາຊະທານີສີ¬ລ້ານຊ້າງ, ຄວາມອຸດົມສົມບູນຂອງສິລະປະລາວ, ເວົ້າສະເພາະກໍ່ຄືທຳນອງເພງລາວເດີມ ໄດ້ໄຫລບ່າເຂົ້າສູ່ປະເທສຜູ້ຮຸກຮານບຽດຍຶດ. ຫລາຍເອກະສານ-ໃບລານ ໄດ້ຖືກຂົນໄປຫລາຍເຫລັ້ມກວຽນ ແລະ ຖືກຈູດເຜົາ, ຜູ້ຄົນກໍ່ຖືກກວາດຕ້ອນ, ວັດຖຸມີຄ່າກໍ່ຖືກກອບໂກຍ, ສິງທີ່ເຂົາເອົາໄປໄດ້ ກໍ່ເອົາຈົນໝົດ, ສິ່ງທີ່ເອົາໄປບໍ່ໄດ້ ເຂົາກໍ່ສຸມໄຟຈູດ...
ຈົນໃນໄລຍະບໍ່ດົນມານີ້, ໄດ້ປາກົດມີການຂັບຮ້ອງເພງລາວເດີມ ໃນປະເທດພວກເຂົາ, ໂດຍໄດ້ສ້າງຫລັກຖານຂຶ້ນມາໃໝ່ ວ່າມີຜູ້ປະພັນເນື້ອຮ້ອງຂຶ້ນ ໂດຍຢືມສຳນຽງເພງລາວເດີມໄປຂັບຮ້ອງ (ສຳນຽງເພງກໍ່ໝາຍເຖິງທຳນອງເພງ) ແລ້ວອ້າງວ່າເພງລາວເດີມ ເປັນເພງທີ່ພວກເຂົາແຕ່ງຂຶ້ນ...
ຄົນລາວເຮົາຈົ່ງເຂົ້າໃຈນຳກັນວ່າ ເພງລາວເດີມ, ບັນພະບຸຣຸດເຮົາ ໄດ້ໃສ່ຊື່ "ລາວ" ນຳໜ້າໄວ້ໝົດແລ້ວ ເພາະຄວາມຮັກຊາດ ເພິ່ນຈຶ່ງເອົາຊື່ຂອງຊາດໄປຕັ້ງເປັນຊື່ເພງ, ເປັນໄປບໍ່ໄດ້ດອກທີ່ເຂົາຈະອ້າງວ່າເປັນເພງເຂ¬ົາ ເພາະມັນຟັງບໍ່ຂຶ້ນທີ່ຊາດພັນໜຶ່ງ ຈະເອົາຊື່ຂອງຊາດອື່ນໄປຍົກຍໍໃສ່ຊື່ເພງໃນວັງ¬ຫລວງໄດ້ ແບບບໍ່ຮູ້ສຶກຫຍັງ.
ນຳສະແດງໂດຍຄະນະສິນລະປະວັນນະຄະດີເຮືອນວັດທະ­ນທຳພວງຈຳປາ ເນຶ່່່ອງໃນໂອກາດໄປສະແດງທີ່ປະເທດຝຮັ່ງ.

Пікірлер: 16
@soulove9433
@soulove9433 3 жыл бұрын
อู้มาแต้ๆ คนไทยตี่อยู่ภาคเหนือสมัยก่อนเป็นคนลาวทั้งหมด....อย่าดราม่าเน้อ เอาความจริงมาอู้เล่น...
@meodpt1780
@meodpt1780 Ай бұрын
ชนชาติลาวก็เคลมเก่งเหมือนกัน เพลงลาวดวงเดือนมีตั้งแต่สมัยรัชกาลที่5 เนื้อเพลงก็ใช้ภาษาไทยเป็นหลัก แค่แปลงเป็นภาษาลาวเล็กน้อย
@xok6105
@xok6105 2 жыл бұрын
Best performance
@toulavanhthoummmaly7659
@toulavanhthoummmaly7659 4 жыл бұрын
ມ່ວນຫລາຍ ຟັງແລ້ວຟັງອີກ
@pumpoui
@pumpoui 3 жыл бұрын
ຟ້ອນໄດ້ງາມ ອ່ອນຊ້ອຍຫຼາຍ
@nunsouvananh6118
@nunsouvananh6118 4 жыл бұрын
ບົດເພັງຫຼາຍໆເພັງມີຄຳວ່າລາວນຳໜ້າແມ່ນເປັນຄວາມສະຫຼຽວສະຫຼາດຂອງນັກປະພັນລາວທີ່ຢາກໃຫ້ລູກຫຼານສະໄໜໃໝ່ຮູ້ວ່າເປັນຜົນງານຂອງຄົນລາວ
@srisattanakhanahut
@srisattanakhanahut 3 жыл бұрын
ບົດເພງທີ່ມີລາວຂຶ້ນໜ້າ ມາກກວ່າ70%ເປັນເພງຂອງສະຫຍາມເດີ້ ໂດຍສະເພາະລາວດວງເດືອນ ໃນອະດີດຊື່ລາວດຳເນີນກວຽນ ແຕ່ງຂຶ້ນຈາກເຊື້ອເຈົ້າຄົນສະຫຍາມທີ່ອົກຫັກ ຮັກສາວຊຽງໃໝ່ ຊຶ່ງຄົນສະຫຍາມມັກເອີ້ນລ້ານນາວ່າລາວ
@somthavonechanthavong9234
@somthavonechanthavong9234 9 жыл бұрын
ຂ້ອຍ​ກະ​ສົງ​ໃສ​​ຢູ່​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ຄຳ​ວ່າ​ລາວ​ນຳ​ໜ້າທຸກ​ເພັງ. ຄຳ​ວ່າ​ລາວ​ໃນ​ສະ​ໃໝ​ນັ້ນໝາຍ​​ເຖິງ​ຫຍັງ
@srisattanakhanahut
@srisattanakhanahut 3 жыл бұрын
ໝາຍເຖີງທຳນອງລາວ ຫຼື ຜູ້ແຕ່ງມີຄວາມກ່ຽວພັນຫຼືຫລົງຮັກສາວລາວ ລ້ານນາ-ລ້ານຊ້າງໃນສະໄໝກ່ອນກໍຖືກເອີ້ນວ່າລາວ
@pongthornhiengkaew9526
@pongthornhiengkaew9526 10 ай бұрын
งดงาม อ่อนช้อยมากครับ
@meckm8882
@meckm8882 11 ай бұрын
ສູ່ມື້ນີ້ ລູກຫລານເຂົາເວົ້າແບບບໍ່ອາຍ, ຍົກຍໍປໍປັ້ນແຕ່ວ່າເປັນຂອງເຂົາ ແຕ່ຄົນລາວເຮົາໄດ້ແຕ່ເກັບຄວາມຄັບແຄ້ນໃນໃຈທໍ່ນັ້ນ, ເຂົາເວົ້າໄດ້ກະເວົ້າໄປ ຄວາມຈິງແນວໃດກະແນວນັ້ນຮູ້ຢູ່ແກ່ໃຈ #ຄິດຮອດອານາຈັກລ້ານຊ້າງ
@anewamericanlife3293
@anewamericanlife3293 4 жыл бұрын
ເພງນີ້ຄັນຈື່ໄດ້ປະພັນໂດຍກະສັດໄທ, ບຸດຕາຂອງຣາຊະການທີ ໕. ເພື່ນເປັນນັກດົນຕຣີ ຈົບຈາກປະເທດອັງກິດ. ແຕ່ງຂຶ້ນມາເພາະອົກຫັກ ມັກສາວຊຽງໃໝ່. ຕອນສະໃໝນັ້ນຄົນສະຍາມຮ້ອງຄົນລ້ານນາວ່າເປັນຄົນລາວ, ເລີຍແຕ່ງອອກມາເພື່ອສາວລາວຊຽງໃໝ່ນັ້ນເອງ.
@srisattanakhanahut
@srisattanakhanahut 3 жыл бұрын
ຖືກຕ້ອງ
@soulove9433
@soulove9433 3 жыл бұрын
เพลงไหน ที่ประพันธ์ขึ้นมาคำว่า ลาว อยู่ข้างหน้ามันคือบทเพลงของลาวเค้าครับ....อย่าคิดว่าจะเอาไปเป็นของไทยเลย.
@jamesxaysettha2468
@jamesxaysettha2468 2 жыл бұрын
ເພງນີ້ແມ່ນບັນພະບຸຣຸດຂອງລາວເຮົາແຕ່ງ (ບໍ່ຂໍເອີ່ຍນາມ) ທີ່ເຈົ້າເວົ້າມາແມ່ນໄທເປັນຄົນຂຽນຂຶ້ນເອງ ຄໍາຮ້ອງ ຫຼື ທຳນອງໃນເພງກໍລ້ວນແຕ່ເປັນພາສາລາວ ໄທບໍ່ມີບົດຮ້ອງບົດຟ້ອນແບບລາວ ເພາະບໍ່ແມ່ນຊາດຟ້ອນມາແຕ່ໃດແລ້ວ ຢາກໃຫ້ພິຈາລະນາເຖິງຄວາມເປັນຈິງ ໂດຍບໍ່ອ້າງອີງຄຳເວົ້າຂອງຝ່າຍດຽວ
@AllenBoumrattana-su5lb
@AllenBoumrattana-su5lb Жыл бұрын
@A New America life..ทำไมถึงแต่งแค่เพลงเดียว..ทำไมไม่แต่งหลายๆเพลง..ตามปกติแล้วเพลงลาวเดิมมันถูกประพันํธ์ขึ้นในสมัยลา้นช้างศตวรรษมี่17ไม่ใช่สมัยร.5ของคัณ.
05 ລາວດວງເດືອນ
7:29
Hong Boun, L S
Рет қаралды 66 М.
A teacher captured the cutest moment at the nursery #shorts
00:33
Fabiosa Stories
Рет қаралды 52 МЛН
Ouch.. 🤕
00:30
Celine & Michiel
Рет қаралды 21 МЛН
Inside Out 2: Who is the strongest? Joy vs Envy vs Anger #shorts #animation
00:22
พ่อพระในดวงใจ
3:25
Somsak​9
Рет қаралды 12
ຟ້ອນນາງແກ້ວ( Nangkeo dance )
10:49
phalakphalam lao
Рет қаралды 9 М.
Lao Traditional Dance 2013 11 (ຟ້ອນນາງແກ້ວ)
10:10
ຟ້ອນລາວແພນ(Lao phaen dance )
4:01
phalakphalam lao
Рет қаралды 4 М.
ลาวดวงเดือน | ລາວດວງເດືອນ | Lao Duang Duen
3:58
หมอแคนอุ้ม Channel
Рет қаралды 4,2 М.
A teacher captured the cutest moment at the nursery #shorts
00:33
Fabiosa Stories
Рет қаралды 52 МЛН