Lao Traditional Dance 2013 (ຟ້ອນລາວແພນ)

  Рет қаралды 67,828

vkone kone

11 жыл бұрын

ຟ້ອນລາວແພນແມ່ນບົດຟ້ອນທີ່ສະແດງເຖິງເອກະລັກ¬ຄວາມງາມຄວາມອ່ອນຊ້ອຍອ່ອນນ້ອມອ່ອນຫວານແລະຄຽ¬ມຄົມຂອງສາວລາວ ຖືວ່າເປັນບົດຟ້ອນໜຶ່ງທີ່ເປັນຕົວແທນໃຫ້ແກ່ແ¬ມ່ຍິງລາວ ເຊັ່ນດຽວ ກັບຟ້ອນດວງຈຳປາ ຟ້ອນສາວລາວລ້ານຊ້າງແລະ ຟ້ອນອື່ນໆ ຟ້ອນລາວແພນຈະມີຈັງຫວະນຸ້ມນວນຊ້າແລະອ່ອນຫວາ¬ນຕາມແບບສະບັບຂອງຟ້ອນພື້ນເມືອງລາວໃນສະໄໝອາດ¬ີດ
ເນື້ອຮ້ອງກ່າວເຖິງ ສາວລາວໄດ້ນຳດອກໄມ້ມາທັດຫູແຕ່ງຕົວສວຍງາມເພື¬່ອຟ້ອນລຳຮັບໃຊ້ຜູ້ຊົມ
ເປັນບົດຟ້ອນພື້ນເມືອງລາວເດີມທີ່ມີມາແຕ່ສະໄ¬ໝອາດີດແລະເປັນທີ່ນິຍົມຫຼາຍໃນສະໄໝກ່ອນ
ຟ້ອນລາວແພນໃນອາດີດແມ່ນເພິ່ນນິຍົມນຳເອົາມາສ¬ະແດງໃນງານສຳຄັນຕ່າງໆ ເປັນຕົ້ນແມ່ນ ຟ້ອນຕ້ອນຮັບແຂກບ້ານແຂກເມືອງ ການຟ້ອນຫຼື້ນຕາມງານບ້ານ ງານບຸນປະເພນີຕ່າງໆ ລວມທັງຟ້ອນຮັບໃຊ້ໃນລາດສະສຳນັກລ້ານຊ້າງໃນເມ¬ື່ອກ່ອນ
ຟ້ອນລາວແພນຈະມີທັງແບບທີ່ເອີ້ນວ່າ ຟ້ອນລາວແພນນ້ອຍ ແລະ ຟ້ອນລາວແພນໃຫຍ່ ກໍຄືຟ້ອນປະກອບທຳນອງເພງພື້ນເມືອງລາວເດີມ ເພງລາວແພນນ້ອຍ ແລະ ເພງລາວແພນໃຫຍ່
ຟ້ອນລາວແພນນ້ອຍ ສາມາດຟ້ອນໄດ້ທັງແບບຟ້ອນດ່ຽວແລະແບບຟ້ອນໝູ່ ເຊິ່ງໃຊ້ນັກຟ້ອນຍິງລ້ວນ
ສ່ວນຟ້ອນລາວແພນໃຫຍ່ແມ່ນຈະມີເນື້ອຮ້ອງແລະທຳ¬ນອງແຕກຕ່າງກັນເລັກນ້ອຍ
ຟ້ອນລາວແພນໃຫຍ່ສາມາດຟ້ອນໄດ້ທັງຍິງທັງຊາຍ
Lao Phaen dance: is an dance that indicates the beauty of how an lao female should present her self with an pretty flowers tucked in behind her ears... soft, gentle and lady like. Lao Phaen dance Noy (small) is to be performed by all female; Lao Phaen dance Yai (big) is to be performed by both male and female... the difference are in the Lyrics... This dance had been taught and used since
the kingdom Of Lanexang was still around. It was a dance that was to represent the beauty of Laos in all sorts of event and to greet guest from elders to VIP guest...This dance also has a mixture in the instrumental parts Lam Lanat ( Lanad solo) and Soum ( fast beat) meaning thats when the dancers show off their talents and flexibility.
ນຳສະແດງໂດຍ ລິລີ່ ສິນລະປະວັນນະຄະດີເຮືອນວັດທະນທຳພວງຈຳປາ ເນຶ່່່ອງໃນໂອກາດໄປສະແດງທີ່ປະເທດຝຮັ່ງ.

Пікірлер: 37
@thanhtran3878
@thanhtran3878 6 жыл бұрын
ອັນນີ້ລະຄືວັດທະນະທໍາລາວລ້ານຊ້າງທີ່ມີມາແຕ່ບູຮານ ແລະ ສືບທອດກັນມາຈົນເຖິງປັດຈຸບັນ, ສະນັ້ນພວກເຮົາຄົນລາວຍຸກໃໝ່ຕ້ອງໄດ້ພ້ອມພາກັນອະນຸລັກປົກປັກຮັກສາ, ສົ່ງເສີມ, ສືບທອດ ແລະ ເຜີຍແຜ່ໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມອຸດົມຮັ່ງມີທາງດ້ານສີລະປະວັດທະນະທໍາການຟ້ອນລໍາທີ່ບັນພະບູລຸດຂອງຊາດລາວເຮົາໄດ້ເສຍສະຫລະອຸທິດເລືອດເນື້ອເພື່ອປົກປັກຮັກສາ ແລະ ສືບທອດໄວ້ໃຫ້ພວກເຮົາໄດ້ສືບທອດຕໍ່ໆ ກັນມາຈົນເຖິງປັດຈຸບັນ, ສະນັ້ນພວກເຮົາຄົນລາວທຸກໆເຜົ່າຕ້ອງມີຄວາມພາກພູມໃຈໃນຄວາມເປັນລາວ.
@srisattanakhanahut
@srisattanakhanahut 4 жыл бұрын
ແມ່ນແລ້ວ ຮາຮາຮາ(ເຫັນກັນອີກແລ້ວ)
@alymg2211
@alymg2211 5 жыл бұрын
ງົດງາມຫລາຍເດ່ ຟ້ອນລາວຈັງແມ່ນສະອອນບວກກັບເສບດົນຕຣີພື້ນເມືອງລາວ ເຮົາຄົນລາວຄວນປົກປັກຮັກສາໄວ້ ຂໍຂອບພະຄູນຄູບາອາຈານທີ່ສືບທອດມາຕໍ່ນານໃຫ້ລູກຫລານໄດ້ຊົມ
@vongphetphoupunya8880
@vongphetphoupunya8880 3 жыл бұрын
ນີ້ລະຂອງແທ້ນາ ມືອອນຊອນ,ຈັງຫວະການສະຫລັບຕີນແມ່ນຖືກຕ້ອງຕາມຈະຫວະ ບໍ່ຄືຄົນສະໃຫມ່ນີ້ມົວຫລາຍ ແຕ່ກະດີໃຈ ແລະ ພູມໃຈທີ່ຄົນຍຸກໃຫມ່ຫຍັງອະນຸລັກວັດທະນະທຳລາວເຮົາຂໍຊົມເຊີຍ
@user-tk3jk8zw8x
@user-tk3jk8zw8x 3 жыл бұрын
รำใด้สุดยอดขอชม. จากใจ(ก๊งไทยแลน)
@thaduk7164
@thaduk7164 3 ай бұрын
Feet
@user-by7xu2ok7v
@user-by7xu2ok7v 10 жыл бұрын
สวยมากค่ะ ขอบคุณมาก
@user-yd8cl4tc6x
@user-yd8cl4tc6x 5 жыл бұрын
ຄິດຮອດສະໃໝຮຽນເຫັນໝູ່ຟ້ອນງາມ ເຫັນເອື້ອຍຜູ່ນີ່ຈັງແມ່ນງາມ ນີ່ລະວັດທະນະທຳຂອງຄົນລາວ👍👍👍👍👍🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦✌✌✌✌ສະແດງໄດ້ງາມຫລາຍ
@leesinnorai1871
@leesinnorai1871 6 жыл бұрын
so beaultyful lao dance! 💞👍
@phongsakornseesoda6892
@phongsakornseesoda6892 7 жыл бұрын
ออนซอนท่าฟ้อน อาภรณ์ ดนตรี
@kitnirun4768
@kitnirun4768 5 жыл бұрын
ສວຍງາມຫຼາຍເດີ້ເຈ້າ ວັດທະນະທຳລາວມີມາແຕ່ບູຮານນະການ,​ຮຸ່ງເຮືອງ້ຫຼືອງເຫລື້ອມ
@sonnywinston5146
@sonnywinston5146 3 жыл бұрын
สุดยอดจริงๆครับชอบมากเลยครับ
@toulavanhtml1135
@toulavanhtml1135 3 жыл бұрын
สวยงาม
@bonqyflowers8882
@bonqyflowers8882 11 ай бұрын
Beautiful
@touthoummaly5668
@touthoummaly5668 6 жыл бұрын
ສວຍງາມອີ່ຫລີ ເຫັນແລ້ວຄ້ອຍໄປນຳ👍👍👍👍
@sonnywinston5146
@sonnywinston5146 3 жыл бұрын
สุดยอดครับ
@lccstore4378
@lccstore4378 4 жыл бұрын
ງາມເດ ຢາກໃຫ້ຄົນລຸ້ນໃໝ່ອະນຸຮັກໄວ້
@saiphantubnil7325
@saiphantubnil7325 5 жыл бұрын
ดูๆไปเหมือนฟ้อนทางเชียงใหม่เลยคะ
@srisattanakhanahut
@srisattanakhanahut 4 жыл бұрын
คล้ายๆกันครับ
@souksavansengpaseuth3896
@souksavansengpaseuth3896 6 жыл бұрын
ງາມແລະອ່ອນຊອນອ່ອນຊ້ອຍຫລາຍ.
@sonnywinston5146
@sonnywinston5146 3 жыл бұрын
ງາມຫລາຍອອ່ນຊ້ອຍດີສຸດຍອດ
@srisattanakhanahut
@srisattanakhanahut 4 жыл бұрын
ງາມຫລາຍ
@jasminethehumandoormat9207
@jasminethehumandoormat9207 5 жыл бұрын
I live there
@tadamtdchannel8165
@tadamtdchannel8165 4 жыл бұрын
ຂ້ອຍຮັກວັດທະນາທຳລາວ ຮັກທຸກສິ່ງທີ່ເປັນລາວເດີມ🇱🇦
@coppykhemmala4189
@coppykhemmala4189 4 жыл бұрын
ແມ່ນລະເບາະທ່ານ...,
@Orlaphim
@Orlaphim 5 жыл бұрын
ງາມອ່ອນຊ້ອຍສຸດໆ
@bounkhsmtbd7696
@bounkhsmtbd7696 6 жыл бұрын
ວັດທະນາທຳວາດຟ້ອນລາວເດີມຄືໜາກຜົນຂອງຄຳວ່າສະອາດຂອງຈິດໄຈມວນຊາວລາວທີ່ສືບທອດກັນມາເພື່ອອວດມະໂນຈິດອັນອ່ອນຊ້ອຍແກ່ໜູ່ສາຍຕາແກ່ບັນດາຜູ້ຊົມ
@sithvlv8391
@sithvlv8391 4 жыл бұрын
#ປີ2020.
@nokkiej3961
@nokkiej3961 5 жыл бұрын
ลาวดวงดอกไม้ หรึอว่า ลาวแพน
@sonnywinston5146
@sonnywinston5146 3 жыл бұрын
ຂໍໃຫ້ລາວເປັນໄປຕລອດກາລ
@user-bz4dl6tk8b
@user-bz4dl6tk8b 8 жыл бұрын
ดูเหมือนเด็กที่จำท่ารำมาเอ็ง
@uboginrunner7332
@uboginrunner7332 6 жыл бұрын
ครู ขิม วังไพร ออกคริปรำให้ดูหน่อย
@tingkhamkeokhamsouk9746
@tingkhamkeokhamsouk9746 2 жыл бұрын
ແນວຄິດສັກດີນາເນາະເຈົ້າ.ງຶດ!!
@denglun8076
@denglun8076 3 ай бұрын
อิจฉาไปทั่วกลัวคนอื่นได้ดีกว่าตัวเอง สิ้นคิด
@bxllo2048
@bxllo2048 2 жыл бұрын
ຫນ້າໃຫ້ລູກຫລານສຶບຕໍ່ຮຽນຟອ້ນແພນນີ້ງົດງາມຫລາຍ
@hathailatlu6949
@hathailatlu6949 10 ай бұрын
ໄດ້ສອນໃຫ້ລູກຫຼານທາງອາເມລິກາພີ້ແລ້ວເດີ່ 😊 ຍັງສືບຕໍ່ເປັນອາຈານຕໍ່ຢູ່ໃນຕອນນີ້ 😄
@jackeew8834
@jackeew8834 Жыл бұрын
ໂອຍຟອ້ນງາມແທ້ເດ
Clown takes blame for missing candy 🍬🤣 #shorts
00:49
Yoeslan
Рет қаралды 44 МЛН
Nastya and SeanDoesMagic
00:16
Nastya
Рет қаралды 35 МЛН
Spot The Fake Animal For $10,000
00:40
MrBeast
Рет қаралды 180 МЛН
Clown takes blame for missing candy 🍬🤣 #shorts
00:49
Yoeslan
Рет қаралды 44 МЛН