Рет қаралды 37,307
ພິທີເປີດໂຮງແຮມລາດຊະວົງ ພລາຊ່າ ວັນດາ ວິສະຕ້າ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 19/06/2024 ຫລັງຈາກໂຮງແຮມລາດວົງພລາຊ່າ ໄດ້ເຊັນສັນຍາກໍ່ສ້າງໃນທ້າຍປີ 2013 ລະຫວ່າງກະຊວງປ້ອງກັນປະເທດ ກັບບໍລິສັດຊົງຊິ້ງວ່າງເຕີ້ ..
ພາຍຫລັງເຊັນສັນຍາໄດ້ດຳເນີນການກໍ່ສ້າງຈົນມາຮອດປີ 2016 ໄດ້ໂຈະການກໍ່ສ້າງຊົ່ວຄາວ ຍ້ອນພົບບັນຫາທາງດ້ານການເງິນ .. ຈົນມາຮອດປີ2021 ຈຶ່ງໄດ້ດຳເນີນການສ້າງຕໍ່ຈົນມາຮອດປັດຈຸບັນໂຄງການໄດ້ສຳເລັດ ..
ໃນໂຮງແຮມລາດຊະວົງພລ່າຊ່າ ຈະປະກອບມີ : ໂຮງແຮມຫ້າດາວ, ຫ້ອງການ, ອາພາດເມັ້ນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ ສູນບັນເທິງ, ສູນກິລາ, ຮ້ານອາຫານນາໆຊາດ ແລະ ອື່ນໆ
ໂຮງແຮມລາດຊະວົງພລາຊ່າ ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ ມີເນື້ອທີ່ທັງໝົດ 188.000 ຕາແມັດ ມີຄວາມສູງ 138 ແມັດ ເປັນອາຄານທີ່ສູງທີ່ສຸດໃນປະເທດລາວໃນປັດຈຸບັນ.. ຂອບໃຈແຫຼ່ງຂໍ້ມູນຈາກ : lao people's army news
#lao #laos #vientiane