Рет қаралды 688,972
Title:ເພງ:เพลง: ມັກຜົວເຂົາເວົ້າແຮງບໍ່ໄດ້ , มักผัวเขาเว้าแฮงบ่ได้.
- ຮ້ອງໂດຍ: ດວງ ດວງພະຈັນ, ศิลปีน ดวง ดวงพะจัน.
- ແຕ່ງໂດຍ: ເຈດຕະນາ ແດນຈຳປາ, ผู้แต่งเพลง:เจดตะนา แดนจำปา,
- ດົນຕຣີ: ອ.ຈ ເລ້ນ້ອຍ ມິວສິກ, ดนตรี : อ.จ เล้น้อน มิวสิก.
#ມັກຜົວເຂົາເວົ້າແຮງບໍ່ໄດ້
#มักผัวเขาเว้าแฮงบ่ได้.
#ດວງ_ດວງພະຈັນ
-🎤ຕ້ອງການຮ້ອງເພງນີ້ເປັນຄາຣາໂອເກະກົດໄດ້ທີ່ນີ້: • ມັກຜົວເຂົາເວົ້າແຮງບໍ່ໄ...
❌ຢ່ານຳເພງນີ້ໄປອັບລົງຊ່ອງອື່ນໂດຍບໍ່ມີການອະນຸຍາດ.
❌อย่านำเพลงนี้ไปใช้ด้วยเหตุผลอื่นโดยไม่ได้รับอนุญาต.
❌Do not take this song for another reason without permission.
ເຈຕະນາ ມ່ວນ Studio Copyright@05/10/2022, tel: +856209726 7898, .Reserved Copyright, ลิขสิทธิ์สงวนไว้.
ເພງ ມັກຜົວເຂົາເວົ້າແຮງບໍ່ໄດ້
ເນື້ອຮ້ອງ/ທຳນອງ ເຈດຕະນາ ແດນຈຳປາ
ນັກຮ້ອງ ດວງ ດວງພະຈັນ
ດົນຕຣີ ເລ້ນ້ອຍ ມິວສິກ
ຮູ້ຢູ່ແກ່ໃຈ ບໍ່ມີທາງ ໄດ້ອ້າຍມາຄອງ
ຮູ້ວ່າຜິດກໍຍັງໝາຍປອງ ຜິດສິນຮີດຄອງຂໍ້ສາມນັ້ນໜາ
ຫົວໃຈຮຽກຮ້ອງ ເຖິງວ່າອ້າຍ ຊິມີພັນຍາ
ແອບຮັກ ຜິດການເວລາ ຍັງຢາກຄົ້ວມາ ເປັນຄູ່ຄຽງກາຍ
ອ້າຍມີຄອບຄົວ ແຕ່ຫົວໃຈ ກໍຍັງໃຝ່ປອງ
ແອບສົ່ງສາຍຕາຈອບມອງ ຢາກຄອບຄອງ ເດ້ຜົວຜູ້ໃດ
ອິດສາເມຍອ້າຍ ທີ່ເຂົາ ນອນກອດແນບກາຍ
ຄິດພາບແລ້ວ ບໍ່ຢາກບັນຍາຍ ແສນເສຍດາຍ ນ້ອງມາທີຫຼັງ
** ຫຼົງມັກຜົວເຂົາ ໂອ່ຍ..ຕົວເຮົາເວົ້າແຮງບໍ່ໄດ້
ແອບຮັກອ້າຍຢູ່ຂ້າງໃນ ຊິເຮັດຈັ່ງໃດ ໃຈຫ້າມບໍ່ຟັງ
ຜູ້ບ່າວມາກມາຍ ພົບພານມາຫຼາຍ ແຕ່ບໍ່ຈິງຈັງ
ເຫັນຜົວເຂົາຖືກໃຈທຸກຢ່າງ ຂໍນັ່ງຄຽງຂ້າງ ຊິໄດ້ບໍ່ໜາ
ຮູ້ຢູ່ເຕັມອົກ ຊິຕົກນາລົກ ອະເວຈີ
ເຖິງດິນຟ້າຈະບໍ່ປານີ ແຕ່ໃຈນ້ອງນີ້ ສຸດປຼາດຖະໜາ
ຍອມປີນຕົ້ນຍິ້ວ ເປັນຊູ້ທາງໃຈ ໃຫ້ຄົນເຂົາຊ່າ
ພຽງໄດ້ຮັກອ້າຍທຸກເວລາ ສ່ຳນີ້ລະໜາ ກໍສຸກໃຈແລ້ວ..
( ຈົບ )