ເພາະຄວາມຮັກ - Tanu Vannasin [Music Video]

  Рет қаралды 482,212

Tanu Vannasin

Tanu Vannasin

Күн бұрын

Tanu Vannasin
Track 6: ເພາະຄວາມຮັກ
Album: Aftergrow
Music Video by AstroMao
Casts: Alounphone Luangsuvannavong & Phonesavanh Phomduangsy
Written & Composed by Vannasin THIPAPHAY
Produced by Phousy Keovongsa, Kiengkay Xayavong & Vannasin THIPAPHAY
Mixed and Mastered by Phousy Keovongsa (Tension Lab)
Studio Recording at Tension Lab
ເພາະຄວາມຮັກ | Lyric
ທຸກໆສິ່ງທຸກໆຢ່າງ
ບໍ່ເຄີຍປ່ຽນໄປ ເຄີຍເປັນແບບໃດຍັງຄົງເປັນແບບນັ້ນ
ທຸກຄຳຕອບທີ່ໄຮ້ເຊິ່ງຄຳຖາມໃດໃດ
ຂໍພຽງເຮົາເຂົ້າໃຈທີ່ເປັນຢູ່ນີ້ຄືຄວາມຮັກ
ຜູ້ຄົນເຝົ້າຖາມວ່າເຫດໃດຂ້ອຍເຖິງຍັງຢູ່
ທັງທີ່ກໍຮູ້ວ່າສຸດທ້າຍຕ້ອງເປັນແບບໃດ
ແຕ່ຖ້າເຈົ້າໄດ້ຮັກໃຜຄົນໜຶ່ງດ້ວຍຫົວໃຈ
ແລ້ວເຈົ້າຈະເຂົ້າໃຈວ່າຄວາມຮັກມີຄ່າເທົ່າຫົວໃຈ
ອາດເປັນເຫດຜົນທີ່ຟັງງ່າຍໆ
ແຕ່ເພາະຄວາມຮັກຂ້ອຍຈຶ່ງເຂົ້າໃຈ
ວ່າຊີວິດສວຍງາມພຽງໃດ
ທຸກຄໍ່າຄືນດວງອາທິດລັບລາ
ແຕ່ບໍ່ເຄີຍຈາກໄປ ເຄີຍຢູ່ແບບໃດຍັງຄົງຢູ່ເເບບນັ້ນ
ທຸກເວລາຂ້ອຍເຝົ້າເບິ່ງຮອຍຍິ້ມໃນຕາ
ແລະ ວັນທີ່ຜ່ານມາທີ່ເປັນຢູ່ນີ້ຄືຄວາມຮັກ
ຜູ້ຄົນເຝົ້າຖາມວ່າເຫດໃດຂ້ອຍເຖິງຍັງຢູ່
ທັງທີ່ກໍຮູ້ວ່າສຸດທ້າຍຕ້ອງເປັນແບບໃດ
ແຕ່ຖ້າເຈົ້າໄດ້ຮັກໃຜຄົນໜຶ່ງດ້ວຍຫົວໃຈ
ແລ້ວເຈົ້າຈະເຂົ້າໃຈວ່າຄວາມຮັກມີຄ່າເທົ່າຫົວໃຈ
ອາດເປັນເຫດຜົນທີ່ຟັງງ່າຍໆ
ແຕ່ເພາະຄວາມຮັກຂ້ອຍຈຶ່ງເຂົ້າໃຈວ່າຊີວິດສວຍງາມພຽງໃດ
ຕໍ່ໃຫ້ດາວທຸກດວງໝົດຟ້າມືດດັບໄປຕາມການເວລາ
ແຕ່ຄວາມຮັກຍັງຄົງຫຼໍ່ລ້ຽງໃນໃຈ
ເຖິງແມ່ນກາຍຈະປ່ຽນໄປ
ແຕ່ຫົວໃຈນັ້ນຍັງຄົງໄວ້
ແຕ່ຖ້າເຈົ້າໄດ້ຮັກໃຜຄົນໜຶ່ງດ້ວຍຫົວໃຈ
ແລ້ວເຈົ້າຈະເຂົ້າໃຈວ່າຄວາມຮັກມີຄ່າເທົ່າຫົວໃຈ
ອາດເປັນເຫດຜົນທີ່ຟັງງ່າຍໆ
ແຕ່ກໍເພາະເຈົ້າຂ້ອຍຈຶ່ງເຂົ້າໃຈວ່າຊີວິດສວຍງາມພຽງໃດ

Пікірлер: 264
@WATASHII22
@WATASHII22 10 ай бұрын
ຂໍໃຫ້ທຸກຄົນສົມຫວັງກັບຄວາມຮັກ(ລວມເຖີງຂ້ອຍເອງ)🤍
@Thum787
@Thum787 10 ай бұрын
ເຊັ່ນກັນ ຂໍໃຫ້ເຈົ້າເຈີຄວາມຮັກທີ່ດີ ແລະ ຄົນນັ້ນເຂົ້າໃຈເຈົ້າ
@loungnapha_98
@loungnapha_98 10 ай бұрын
ມື້ຫນຶ່ງເຮົາຄົງຈະສົມຫວັງ
@Khamkeophoudkanya
@Khamkeophoudkanya 10 ай бұрын
💙
@NoobNoob-w4x
@NoobNoob-w4x 10 ай бұрын
​@loungnaphavongxay8538
@NoobNoob-w4x
@NoobNoob-w4x 10 ай бұрын
​@loungnaphavongxay8538 24😢232w😂 3:22
@Aotzzyy-ky1kn
@Aotzzyy-ky1kn 10 ай бұрын
ເຖິງສຸດທ້າຍບໍ່ວ່າມັນຊິຈົບໃນຮູບແບບໃດກະຢ່າ ແຕ່ຄວາມຮັກ ແລະ ຄວາມຮູ້ສຶກຈະຍັງຄົງຢູ່ຕະຫລອດໄປ🤍🤍🤍
@TrelopJen
@TrelopJen 9 ай бұрын
แฟนคลับจากฝั่งไทยค่ะ ❤ เพราะทุกเพลงเลย
@BigFisherman19
@BigFisherman19 10 ай бұрын
ທີ່ຍັງຢູ່ບໍ່ແມ່ນເພາະຄວາມອົດທົນ..ແຕ່ມັນເປັນເພາະຄວາມຮັກ❤
@smxki_02
@smxki_02 7 ай бұрын
ໃນມຸມມອງຂອງຄົນທີ່ກຳລັງຢູ່ໃນຄວາມສຳພັນທີ່ບໍ່ຊັດເຈນ ພໍຟັງເພງນີ້ແລ້ວໂຄດເຂົ້າໃຈເລີຍ ຫລາຍໆຄົນມັກຈະຖາມຂ້ອຍວ່າເປັນຫຍັງຄືຍັງຢູ່ໃນຄວາມສຳພັນນີ້ຄືບໍ່ອອກມາ ຢູ່ໄປໂດຍທີ່ບໍ່ມີສະຖານະໂດຍທີ່ບໍ່ຮູ້ວ່າສຸດທ້າຍຈະສົມຫວັງບໍ່ ແຕ່ສຳຫລັບຂ້ອຍ ພໍຂ້ອຍໄດ້ລອງໃຊ້ຊີວິດກັບຜູ້ຊາຍຄົນນີ້ຂ້ອຍຮູ້ສຶກວ່າຊີວິດຂອງຂ້ອຍໂຄດມີຄ່າທຸກຢ່າງໂຄດສົດໃສ ເຖິງແມ້ວ່າຂ້ອຍຈະບໍ່ໄດ້ຄອບຄອງລາວໃນຕອນນີ້ແຕ່ຢ່າງຫນ້ອຍຂ້ອຍກະຍັງມີລາວຢູ່ ມັນອາດເປັນເຫດຜົນທີ່ຟັງບໍ່ຂື້ນແຕ່ຄັນເຈົ້າໄດ້ລອງຮັກໃຜຈັກຄົນແທ້ໆ ເຈົ້າຈະເຂົ້າໃຈເອງວ່າການການທີ່ໄດ້ຮັກໃຜຈັກຄົນມັນມີຄວາມສຸກຫລາຍປານໃດ ອາດຈະມີບາງທີທີ່ເສຍໃຈແຕ່ຢ່າງຫນ້ອຍເຮົາກະມີຄວາມສຸກໄດ້ຄືກັນໃນຕອນທີ່ໄດ້ມີລາວ ຊີວິດເຮົາຈະມີຄ່າຂື້ນຫລາຍ "ເພາະຄວາມຮັກ" ມັນເຮັດໃຫ້ເຮົາດີຂື້ນກ່ອນເກົ່າ
@tanuvannasin
@tanuvannasin 6 ай бұрын
🤍
@rxcq_9
@rxcq_9 3 ай бұрын
ຂໍອະນຸຍາດແຄັບໄປລົງສະຕໍລີ້ໄດ້ບ່🙏🏻💕
@bankbpnp6440
@bankbpnp6440 10 ай бұрын
ຄົນທີ່ສົມຫວັງເທົ່ານັ້ນທີ່ໄດ້ພົບກັບຄວາມຮັກທີ່ງົດງາມ:(
@ທບຸນສະຫວັນເມກດາວອນ
@ທບຸນສະຫວັນເມກດາວອນ 5 ай бұрын
ຂໍສົມຫວັງຈັກເທື່ອແນ່ກະໄດ້🥺
@mckhank2k354
@mckhank2k354 Ай бұрын
ຄວາມຫມາຍໂຄດດີເລີຍເເຕ່ລະເພງ❤
@khimnakonetsv4687
@khimnakonetsv4687 10 ай бұрын
ເພາະຄວາມຮັກມັນສວຍງາມສະເໝີ ເຖິງວ່າຈະບໍ່ໄດ້ຄອບຄອງກໍຕາມ🫶🏻🤍
@mimin_77
@mimin_77 10 ай бұрын
ແມ່ນ...ຄວາມຮັກມັນສວຍງາມເຖິງສິບໍ່ເຄີຍໄດ້ຮັບຈາກຄົນຮັກ ແຕ່ເຮົາກະເຄີຍໃຫ້ແລະຮູ້ວ່າມັນດີສ່ຳໃດ
@lilxz1986
@lilxz1986 10 ай бұрын
ວິວແລກກກ❤
@Koxtkab1
@Koxtkab1 Ай бұрын
เพราะเป็นเพลงที่เธอส่งมารึป่าวครับ ถึงเวลาผ่านไปนานมากเรายังคงนั่งคิดถึงเหมือนเดิมทั้งที่ เธอก็ออกไปเเล้ว เเต่เรายังจำวันเเรกที่เธอส่งเพลงนี้มาให้เเละวันสุดท้ายที่เราส่งเพลงนี้กลับไป คิดถึงมากครับเสียที่เราอยู่ไกลกัน เราอยู่ไทยเธออยู่ลาว เเต่เธอก็ต้องมีเหตุผลของเธอ เรายอมรับทุกการตัดสินใจของเธอนะครับ เเละเราก็จะยังฟังเพลงนี้ต่อไปจนกว่าจะเลิกคิดถึงเธอนะครับ
@vannida_01
@vannida_01 10 ай бұрын
ຄວາມຮັກຂອງເຮົາມັນບໍ່ໄດ້ເສຍໄປໃສ...ແຕ່ມັນພຽງແຕ່ຖືກຍ້າຍເອົາໄປເກັບໄວ້ໃນຄວາມຊົງຈຳເທົ່ານັ້ນແຫຼະ:)
@Noname-yv7jk
@Noname-yv7jk 10 ай бұрын
I'm willing to do everything because of love ❤
@Tigerjarun
@Tigerjarun 10 ай бұрын
ເພາະຄວາມຮັກເຮົາເຖິງໄດ້ທຸ້ມເທກັບມັນຂະຫນາດນີ້ ເເລະ ຄວາມຮັກຍັງສອນໃຫ້ເຮົາໄດ້ຮັບຮູ້ເເລະເຂົ້າໃຈອິຫຍັງຫລາຍໆຢ່າງ ເເຕ່ສຸດທ້າຍເເລ້ວເຮົາເຊື່ອວ່າເພາະຄວາມຮັກມັນຈຶ່ງສວຍງາມໄດ້ເເບບນີ້🙇🏻‍♂️
@MeenaNud-pu2gc
@MeenaNud-pu2gc 2 ай бұрын
ແຟນລົມກັບຄົນອຶ່ນໃນເກມເພາະເຂົາເລ່ນເກມເກັ່ງເພາະເຂົາໃຫ້ໃນ10%ທີ່ຂ້ອຍຂາດໄປ😞ທັ້ງໆທີ່ຢູ່ນຳກັນຈົນຫມັ້ນແລ້ວແຕ່ເຂົາກໍຍັງຄົງບໍ່ພໍແລະຍັງພ້ອມດຶງຄົນອື່ນເຂົາມາໃນທຸກຄັ້ງທີ່ມີໂອກາດແຕ່ຂ້ອຍກະຍັງຄົງຢູ່ຕໍໃຫ້ຄົນອື່ນຈະວ່າຂ້ອຍເປັນຄົນໂງ່💔❤️‍🩹
@saiysaiysaiy1194
@saiysaiysaiy1194 10 ай бұрын
ເຮົາຕ່າງຢາກໃຫ້ຄວາມຮັກຂອງເຮົາອອກມາສົມບູນແບບທີ່ສຸດ ບໍ່ວ່າມັນຈົບລົງແບບໃດເຮົາຕ່າງເຂົ້າໃຈແລ້ວຍອມຮັບມັນໄດ້ງ່າຍຂຶ້ນຫຼັງຈາກເວລາຜ່ານໄປ ແຕ່ເລື່ອງລະຫວ່າງທາງມັນດີເກີນກວ່າຈະລືມ ຂອບໃຈທີ່ເຄີຍມີສ່ວນເຮັດໃຫ້ມັນເປັນສິ່ງທີ່ດີທີ່ສຸດເລີຍ✨
@alonnika5
@alonnika5 10 ай бұрын
ອ້າຍຕານູ ເຄີຍບອກວ່າສໍາຫລັບຄົນທີ່ກຳລັງມີຄວາມຮັກທີ່ດີເພງນີ້ຈະເປັນເພງທີ່ເຮັດໃຫ້ຮູ້ສຶກດີ ເເຕ່ສໍາຫລັບຄົນທີ່ກຳລັງເສົ້າຢູ່ເພງນີ້ກໍຈະເປັນເພງຮັກທີ່ເຮັດໃຫ້ຮູ້ສຶກຄືຈົມລົງ ລະຕອນນີ້ຂ້ອຍຮູ້ສຶກຄືຂ້ອຍກຳລັງຈົມລົງໄປເລີຍ
@tanuvannasin
@tanuvannasin 10 ай бұрын
🫂
@xaymonty2596
@xaymonty2596 6 ай бұрын
ຖືກຕ້ອງທີ່ສຸດ
@sadgirl.6026
@sadgirl.6026 10 ай бұрын
เราเป็นคนๆนึงที่มีความรักกับคนๆนึง แต่ทุกๆสิ่งทุกๆอย่าง โชคชะตาเหมือนจะเล่นตลกตลอด รักกันมากแค่ไหนมันก็เหมือนแทบจะไม่มีหวัง เพราะความเป็นจริงและหลายอย่าง คอยทำให้เราจากกันตลอด และถึงแม้เราจะไม่ได้อยู่ด้วยกัน แต่แปลกที่ในใจเราไม่เคยเปลี่ยนเลย และยังหวังเสมอ แต่ก็เป็นเพราะความรัก และความเข้าใจ ที่ทำให้เข้าใจดี ว่าการรักใครสักคนจากความรู้สึกข้างในจริงๆมันเป็นยังไง ไม่ว่าระหว่างเรามันจะเป็นยังไง สุดท้ายแล้วใจเราก็ยังรอแค่เขาอยู่ดี คนในใจคนเดียวของเราก็ยังเป็นแค่เขาอยู่ดี คนๆนั้นเคยบอกเราว่า ถ้าเราไปเล่าเรื่องของเราสองคนให้คนอื่นฟัง เขาคงคิดว่าเราบ้าแน่ๆ คิดว่าเราคงแต่งนิยายให้เขาฟัง แต่เขาไม่มีทางรู้หรอกว่าระหว่างเรามันยากมากแค่ไหน สักวันถ้าคุณได้เจอใครสักคนที่คุณอยากใช้ชีวิตอยู่ด้วย แล้วคุณจะเข้าใจว่าความรักที่แท้จริงมันเป็นยังไง
@jackarchiwha568
@jackarchiwha568 9 ай бұрын
ຍັງຄົງຮັກແລະລໍຄ່ອຍ(ເຈົ້າເລື້ອຍມາ)...!😥😪
@mineminemint9471
@mineminemint9471 10 ай бұрын
ທຸກຢ່າງໃນຊີວິດມັນຂັບເຄື່ອນດ້ວຍຄວາມຮັກ 💐
@jameprince9650
@jameprince9650 10 ай бұрын
ບາງຄັ້ງ “ຄົນເຮົາກະຍອມຢູ່ກັບພາບລວງຕາທີ່ມີເຂົາຢູ່ ຫຼາຍກວ່າຢູ່ກັບຄວາມຈິງທີ່ບໍ່ມີເຂົາແລ້ວ“
@NinaMpv
@NinaMpv 10 ай бұрын
ເພັງມ່ວນເເຮງງ
@AIYlER-themoon
@AIYlER-themoon 10 ай бұрын
ມາແລ້ວ❤️😊😭
@NATCHA_NCAAA6
@NATCHA_NCAAA6 10 ай бұрын
ເພາະຂ້ອຍຮັກ ເຖິງຈະເຈັບປວດຂ້ອຍກໍຍອມ🥲
@VietLms
@VietLms 2 ай бұрын
❤❤
@JACK-kq5rb
@JACK-kq5rb 10 ай бұрын
ຄວາມຮັກເຮັດໃຫ້ເຮົາມີຄວາມຫວັງ ແລະ ທຸ້ມເທໃຫ້ກັບມັນ ແຕ່ຄວາມຮັກກະເຮັດໃຫ້ເຮົາຜິດຫວັງ ແລະ ເສຍນ້ຳຕາ❤️‍🩹
@Touy_Villager
@Touy_Villager 10 ай бұрын
Good song, sir
@mixnzox5572
@mixnzox5572 10 ай бұрын
❤❤❤
@TavanThongmaly
@TavanThongmaly Ай бұрын
::ຂ້ອຍບໍ່ເສຍດາຍເລີຍ ເພາະຂ້ອຍໄດ້ເຮັດມັນເຕັມທີ່ແລ້ວ ຮູ້ສຶກດີດ້ວຍຊ້ຳທີ່ໄດ້ມາຮູ້ຈັກກັບເຈົ້າ…. ::ແຕ່ວ່າຂ້ອຍໂຄດເສຍໃຈ ທີ່ເຈົ້າບໍ່ເຫັນຄວາມພາຍາຍາມຂອງຂ້ອຍ))))
@btsservice9379
@btsservice9379 Ай бұрын
ແມ່ນນ
@sakone4726
@sakone4726 4 ай бұрын
ຢາກຮັກໃຜຈັກຄົນແລ້ວບໍຕ້ອງຜິດຫວັງງ🥲
@popsuphaphon8352
@popsuphaphon8352 10 ай бұрын
ຄົນແລກ❤❤
@justoffficial
@justoffficial 10 ай бұрын
🌊✨
@chanthapakse155
@chanthapakse155 10 ай бұрын
@ฉัตรชัยภานุพงษ์
@ฉัตรชัยภานุพงษ์ 10 ай бұрын
ສຽງເປັນເອກລັກ
@Kitoi-u7l
@Kitoi-u7l 26 күн бұрын
ຂ້ອຍເຂົ້າໃຈແລ້ວຄຳວ່າຄວາມຮັກມັນກິນບໍ່ໄດ້🫠🫠ໂອກາດທີ່ໃຫ້ໄປ3ເທື່ອມັນບໍ່ສຳຄັນສຳຫລັບເຈົ້າເລີຍ🙂
@JS1Jack
@JS1Jack 10 ай бұрын
🔥🥺
@ThailandLyrics-ys7tn
@ThailandLyrics-ys7tn Ай бұрын
ເຮົາໄປຢູ່ໃສມາ ເພງນີ້ເປັນເພງທີ່ດີຫລາຍ ເຮົາໄດ້ມາຟັງໃນມື້ນີ້ ໃນມື້ທີ່ເຮົາເລີກກັບແຟນ ທີ່ຄົບກັນມາ3 ປີ ຈາກເພງທີ່ຄວນຈະເປັນເພງຮັກ ເປັນຫຍັງເຮົາຟັງແລ້ວມັນຮູ້ສຶກໂຄດປວດໃຈເລີຍ😭
@Mr.Foni463
@Mr.Foni463 10 ай бұрын
ເປັນເພງເເລກຂ້ອຍອ້າຍທີ່ມີMv🎉🎉
@vilayvanhphanthachit3040
@vilayvanhphanthachit3040 10 ай бұрын
ມັນສື່ສານໄດ້ຫລາຍອາລົມເລີຍເພງນີ້ ຟັງແລ້ວອີນ🥰
@sanga3611
@sanga3611 9 ай бұрын
ນ້ອງມັກທຸກຜົນງານຂອງອ້າຍເລີຍສິຖ້າຕິດຕາມແລະໃຫ້ກຳລັງໃຈໄປເລື້ອຍໆ
@Dao-uz8bd
@Dao-uz8bd 5 ай бұрын
ມີຄອດກີຕາເພງນີ້ບໍ່ອ້າຍ❤❤
@KeViN-dv6oc
@KeViN-dv6oc 10 ай бұрын
ຂໍໃຫ້ຄວາມຮັກຄວາມຂອງທຸກຄົນບໍ່ເປັນຄືຂອງຂ້ອຍ ຢາກໃຫ້ທຸກຄົນມີຄວາມສຸກກັບຄວາມຮັກບໍ່ຕ້ອງມານັ່ງຄິດຫລາຍຄືຂ້ອຍ ຢາກໃຫ້ທຸກຄົນເຂົ້າໃຈ😅
@5olie
@5olie 10 ай бұрын
ຈະ Support ອ້າຍຕານຸຕະຫຼອດໄປ ເພງອອກມາຄຸນນະພາບສະເໝີເລີຍ ຮັກໆ💐
@SikoSks
@SikoSks 10 ай бұрын
@xixvimm.p2286
@xixvimm.p2286 10 ай бұрын
❤️
@khamsee1753
@khamsee1753 10 ай бұрын
ຖ້າຕ່າງຝ່າຍຕ່າງຢາກຮັກສາກັນໄວ້, ຄວາມຮັກນັ້ນຈະມີໂອກາດ ໝັ້ນຄົງ..
@ggglall1306
@ggglall1306 7 ай бұрын
ຢາກໄດ້ຄອດເພງ
@u-ni-zap3545
@u-ni-zap3545 10 ай бұрын
🥹ເພາະຄວາມຮັກ ທີ່ບໍ່ສົມຫວັງ🥹
@mrchanthaphoneviravong895
@mrchanthaphoneviravong895 10 ай бұрын
@real.2crazie941
@real.2crazie941 10 ай бұрын
T brk var zung khod zung tae khuam mhaiy mun kup kun talrd lery 😔 jai viw2 talrd lery
@pphoutasonepaiyalast7780
@pphoutasonepaiyalast7780 10 ай бұрын
ເພາະຂ້ອຍເຫັນຮອຍຍິ້ມໃນຕາເຈົ້າ ມັນເລີຍເປັນເຫດຜົນທີ່ຂ້ອຍຍັງຮັກ😶
@VietLms
@VietLms 2 ай бұрын
ຂ້ອຍເຈີຜູ້ຊາຍຄົນ1ໃນມື້ທີຂ້ອຍບໍ່ເຫຼືອໃຜຜູ້ຊາຍນີ້ເຂົ້າມາພ້ອມກັບຮອຍຍິ້ມທີສົດໃສຕ່າງຈາກຂ້ອຍທີເຮັດຫນ້າເສົ້າບໍ່ມີຄວາມສຸກຕັ້ງແຕ່ທີຂ້ອຍໄດ້ພົບລາວຊິວິດຂ້ອຍກະບ່ຄືເກົ່າທຸກຢ່າງປ່ຽນໄປຕັ້ງແຕ່ຕອນທີ່ລາວເຂົ້າມາສ້າງຮອຍຍິ້ມໃຫ້ຂ້ອຍອີກຄັ້ງໃນມື້ນັ້ນຂ້ອຍຮູ້ສຶກຕົກຫລຸມຮັກລາວແລ້ວແຫລະຂ້ອຍໄດ້ພະຍາຍາມທີຈະເຂົ້າໄປໃນຊິວິດລາວຫາເລື່ອງລົມຊວນລົມທັງໆທີຂ້ອຍຊວນລົມບ່ເກັ່ງຂ້ອຍເຮັດທຸກວິທີທາງເພື່ອລາວອາດຈະຫັນກັບມາແນມຂ້ອຍແຕ່ກັບກັນລາວກັບບອກວ່າລາວບໍ່ໄດ້ມັກຂ້ອຍຫຼືມີຄວາມຮູ້ສຶກຍັງກັບຂ້ອຍເລີຍແນ່ນອນເຖິງຈະຖືກປະຕິເສດຂ້ອຍກະຍັງບ່ຍອມແພ້ຄືເກົ່າເພາະຂ້ອຍເຊື່ອວ່າຄວາມຮັກມັນຕ້ອງໄດ້ພາຍາຍາມຖ້າເຮົາໄດ້ຮັກໃຜແລ້ວທຸກມື້ໆຂ້ອຍລົມນຳລາວໂທຫາລາວແຕ່ລາວກະຍັງລົມນຳຂ້ອຍຄືເກົ່າເຮັດຄືບ່ມີຍັງເກີດຂຶ້ນຈົນລົມກັນໄດ້2ເດືອນແລ້ວຂ້ອຍເລີຍຕັດສິ້ນໃຈຖາມລາວອີກຄັ້ງເພື່ອຄວາມແນ່ໃຈວ່າລາວຮູ້ສຶກແນວໃດກັບຂ້ອຍສຸດທ້າຍແລ້ວລາວກະໄດ້ຕອບຮັບຄວາມຮັກຂອງຂ້ອຍຕອນນີ້ໄດ້ເປັນແຟນແລ້ວ🥲
@PhxnDzex
@PhxnDzex 10 ай бұрын
ບໍ່ເຄີຍເຮັດໃຫ້ຜິດຫວັງເລີຍຊາຍຄົນນີ້❤️‍🔥
@loungnapha_98
@loungnapha_98 10 ай бұрын
ເປັນເພງທີ່ສື່ຄວາມຫມາຍຂອງຄວາມຮັກຜ່ານສຽງຂອງນັກຮ້ອງອອກມາໄດ້ດີແລະມີຄຸນນະພາບ
@agussn4927
@agussn4927 5 ай бұрын
ທັ້ງທີ່ຮູ້ວ່າຈະຈົບແບບໃດແຕ່ເຮົາກໍ່ເລືອກຊິບໍ່ໄປໃສເຮັດທຸກຢ່າງໃຫ້ເຫມືອນກັບທີ່ຜ່ານມາທັ້ງທີ່ຮູ້ວ່າມື້1ຕ້ອງລາແຕ່ຢາກບອກເຈົ້າໃຫ້ຮູ້ວ່າທີ່ເຮັດໄປຂ້ອຍເຕັມໃຈແລະຮັກເຈົ້າຫລາຍເດີ🙂
@goldkim1020
@goldkim1020 10 ай бұрын
🖤🥀
@phumsavan8453
@phumsavan8453 10 ай бұрын
ອັນນິເພງຮັກ ຫລື ເພງເສົ້າ ເຮົາຄືນ້ຳຕາໄຫລ😢
@MenaMexay
@MenaMexay 3 ай бұрын
ຢາກສົ່ງໄຫ້ຄົນໆນື່ງຟັງແຕ່ບໍ່ກ້າໄດ້ແຕ່ເອົາລົງສະຕໍລີ້😢ເພງໂຄດມ່ວນ😊
@bounkieng6692
@bounkieng6692 10 ай бұрын
🤍🪐
@fong998
@fong998 10 ай бұрын
🎉❤
@Aiy_253
@Aiy_253 10 ай бұрын
ເພາະຄວາມຮັກ ເຮົາຈຶ່ງເຈັບປວດ🫀🙆🏾 ຄືມາເປັນວິ້ວໆ🙃
@ketsanalav-qx6fh
@ketsanalav-qx6fh 10 ай бұрын
ຄວາມຮັກຂອງແຕ່ລະຄົນມີຄຸນຄ່າສະເຫມີ ຢູ່ທີ່ໃຜຈະເຫັນຄຸນຄ່າໃນໂຕມັນເທົ່ານັ້ນເອງ❤️‍🩹🥀🫀
@along_gggl9063
@along_gggl9063 10 ай бұрын
ຖ້າເຈົ້າໄດ້ຮັກໃຜຄົນຫນື່ງ....!;:😢
@xserey7574
@xserey7574 7 ай бұрын
ຢາກໄດ້ຄອດເພັງ
@zhihuibao2765
@zhihuibao2765 6 ай бұрын
ເມື່ອໄດ້ພົບພໍ້ຄົນທີ່ຍອມຮັບແລະເຂົ້າໃຈເຊິ່ງກັນແລະກັນ ເມື່ອນັ້ນເຮົາຈະຮູ້ວ່າການທີ່ໄດ້ໃຊ້ຊີວິດຮ່ວມກັບໃຜຄົນໜຶ່ງເປັນແນວໃດ❤
@BIG-GY_1
@BIG-GY_1 11 күн бұрын
ຄົນເຮົາມັກຈະຂໍໃນສິ່ງທີ່ບໍ່ເຄີຍໄດ້ ແລະຂ້ອຍກະຂໍໃຫ້ໂຕຂ້ອຍສົມຫວັງກັບຄວາມຮັກຕະຫລອດມາ 😊
@buakhaosouvannasan1612
@buakhaosouvannasan1612 10 ай бұрын
ມັກທຸກເພງຂອງອ້າຍບໍ່ເຄີຍເຮັດໃຫ້ຜິດຫວັງງງ❤❤❤
@Honsengthammavong
@Honsengthammavong 6 ай бұрын
ເຮົາເປັນຄົນຫນຶ່ງທີ່ພະຍາຍາມເຮັດຄວາມຮັກຄັ້ງນີ້ໃຫ້ດີທີ່ສຸດມອບຄວາມຮັກໃຫ້ໂດຍບໍ່ຕັ້ງຂໍ້ສົງໃສວ່າເປັນຫຍັງຕ້ອງຮັກ ເມືອໄດ້ຮັກແລ້ວມັນມີຄວາມສຸກກາພະຍາຍາມຮັກສາ ເຂົາປຽບຄືໂລກທັງໃບຂອງເຮົາ ແຕ່ເຮົາຮູ້ສຶກວ່າໂຕເອງກາຕ້ອງການຮັບຄວາມຮັກຈາກເຂົາ ເຮົາພະຍາຍາມເຮັດໃຫ້ເຂົາຮັກເຮົາ ຍາກກວ່າເຮົາມອບຄວາມຮັກໃຫ້ໃຜຊັກຄົນອີກ (ເພງນິມັນຊື່ເທິງ ເຂົາບໍ່ມີວັນເຂົ້າໃຈເຮົາເພາະຄວາມຮັກມັນບໍ່ເທົ່າກັນ ອີກຝ່າຍບໍ່ສາມາດມອບຄວາມຮັກໄດ້ຕະຫລອດ ແລະ ອີກຝ່າຍບໍ່ສາມາດຮັບຄວາມຮັກໄດ້ຕະຫລອດຄືກັນ)
@userNibrmoveon._.
@userNibrmoveon._. 10 ай бұрын
ເຈົ້າສອນໃຫ້ຂ້ອຍຮູ້ຄຳວ່າຮັກແລ້ວ… ກັບມາສອນໃຫ້ຂ້ອຍລືມເຈົ້າແດ່ໄດ້ບ່ໍ01
@siriqy6181
@siriqy6181 10 ай бұрын
🤍
@sunsyx7888
@sunsyx7888 10 ай бұрын
ຄຳວ່າໂຊກດີມີພຽງໃນບັດເຕີມເງີນ ແຕ່ບໍ່ເຄີຍເກີດຂື້ນກັບຂ້ອຍ😢
@MingkhuantaPhommaphakdee
@MingkhuantaPhommaphakdee 10 ай бұрын
ເພາະຄຳວ່າຮັກແລະຈື່ງທົນຢູ່ບໍ່ໄປໃສ🩶
@lufianaXlufianic
@lufianaXlufianic 5 ай бұрын
ຮັກຄົນອື່ນແລ້ວ ຢ່າລືມຮັກໂຕເອງເດີ້✌🏻
@on_sunthana215
@on_sunthana215 10 ай бұрын
🫶🏻🥺
@sovinphakhounheung7819
@sovinphakhounheung7819 10 ай бұрын
ຮັກທີ່ໃຫ້ໄປ ບໍ່ໄດ້ຫວັງໃຫ້ຫັນກັບມາຮັກ ແລະບໍ່ຂໍຫຍັງເລີຍ ຂໍພຽງໄດ້ຮັກ 🙂
@huneybees
@huneybees 10 ай бұрын
😢
@kaikhamkhambanxay6435
@kaikhamkhambanxay6435 10 ай бұрын
🤍
@oudomphonechitpaseuth5752
@oudomphonechitpaseuth5752 10 ай бұрын
🤍🕊️
@lilsim8348
@lilsim8348 8 ай бұрын
เจอเขาแชร์ในเฟสบุ๊ค พึ่งเลิกกับแฟนเจอเพลงนี้ 😥
@sadgirl.6026
@sadgirl.6026 10 ай бұрын
เพราะมากๆเลยค่ะ🥲 เพราะทุกเพลงเลยนักร้องคนนี้💓🤍✨
@TigerApc-i5f
@TigerApc-i5f 10 ай бұрын
ເຈົ້າ🤍
@KHOUNTHAVY-ip2dq
@KHOUNTHAVY-ip2dq 7 ай бұрын
ຢາກໄດ້ຄອດເພງນີ້
@sirarmy66x46
@sirarmy66x46 5 ай бұрын
ຮູ້ສຶກວ່າຟັງເພງນີ້ ເຮັດໃຫ້ຫົວໃຈຂ້ອຍກັບມາມີຄວາມຮູ້ສຶກອີກຄັ້ງ🤍
@TrelopJen
@TrelopJen 9 ай бұрын
แฟนคลับจากฝั่งไทยค่ะ ❤ เพราะทุกเพลงเลย
@ThailandLyrics-ys7tn
@ThailandLyrics-ys7tn Ай бұрын
1:59 ສຽງດົນຕຣີໃນນາທີນີ້ເຖິງມັນຈະສັ້ນໆ ແຕ່ມັນຮູ້ສຶກເຮັດໃຫ້ເຮົາຄິດຮອດວັນວານທີ່ສວຍງາມ ນ້ຳຕາໄຫລເລີຍ😢
@ThongmaGANJOOM
@ThongmaGANJOOM 10 ай бұрын
ຂໍໃຫ້ສົມຫວັງກັບຄວາມຮັກຄັ້ງນີ້🥰💗
@Mee_e14
@Mee_e14 2 ай бұрын
ຢາກສົມຫວັງກັບຄວາມຮັກສັກຄັ້ງ ແຕ່ເວລາທີເຮົາຮັກເຂົາຜ່ານມາ5ປີມັນເບິ່ງໄຮ້ຄ່າເຮົາພະຍາຍາມປ່ຽນແປງທຸກຢ່າງທີ່ຈະເໝາະສົມກັບເຈົ້າແຕ່ກະວ່າເນະາຄົນທີພະຍາຍາມຊຳ່ໃດກະບໍ່ສຳຄັນຖ້າເຂົາບໍ່ເຄີຍຮັກເຮົາທີຕ່າງຈາກເຮົາທີຮັກເຂົາຈາກຫົວໃຈຂອງເຮົາຢ່າງແທ້ຈິງແຕ່ສຸດທ້າຍເຮົາກະຕ້ອງປ່ອຍໃຫ້ເຂົາມີຄວາມສຸກ🫠
@bohsn2403
@bohsn2403 10 ай бұрын
ຂໍໃຫ້ຂ້ອຍເຈິຄົນຮັກທີ່ດີທີ່ພ້ອມຈັບມືສ້າງຝັນດ້ວຍກັນ ບໍ່ເອົາແລ້ວຄວາມຮັກຫລິ້ນໆ (ເປີດເຂົ້າຟັງທຳອິດຕອນເຮັດ ກິນຟັງແລ້ວ ກົດຟັງອີກຮອບ2 ແລ້ວຄອມເມ້ນຢູ່ນີ້😊)​ຂອບໃຈເພງດີໆ
@touleenanthavong4131
@touleenanthavong4131 10 ай бұрын
ຄວາມຮັກສຳຫລັບນ້ອງ ສວຍງາມ ມີຄ່າ ສະເຫມີ ມີຫລາຍເລື່ອງເຂົ້າມາ ມີຫລາຍເລື່ອງທີ່ບໍ່ເຂົ້າໃຈກັນ ມີຫລາຍຢ່າງທີ່ຕ້ອງຜ່ານໄປນຳກັນ ຖ້າເຂົ້າໃຈ ທີ່ເປັນຢູ່ ມັນຄືຄວາມຮັກ🫂😢❤
@soutthidaphitakthep146
@soutthidaphitakthep146 Ай бұрын
ບາງຄົນກະງົງວ່າເປັນຫຍັງຄືທົນຢູ່ໃນສະຖານະແບບນີ້ ຈົນອັນນີ້ກະກັບມາຄິດເລີຍໄດ້ຍ່າງອອກມາຈາກ ຄສພ ນັ້ນແລກໆມັນກະເສົ້າແນ່ ເຫງົາຫງອຍຕາມພາສາ ແຕ່ມາບາດນິກັບມາຄິດຮອດເຂົາຄົນນັ້ນ ຄືບໍ່ເຫັນເກັ່ງຄືມື້ແລກແນ່ວ່ະ._.
@embo3902
@embo3902 Ай бұрын
ຄວາມຮັກທີ່ຂ້ອຍມີມັນອາດຈະບໍ່ຊັດເຊນຫລືວ່າລາວນັ້ນບໍ່ໄດ້ຮັກຂ້ອຍ ແຕ່ຂ້ອຍກໍ່ເລືອກທີ່ຈະຮັກລາວແຕ່ຂ້ອຍກະເຄີຍວ່າເປັນຫຍັງເຮົາຕ້ອງພະຍາຍາມເຮັດໃຫ້ເຂົາຮັກທັ້ງທີ່ເຂົາບໍ່ເຄີຍເຫັນຄວາມຮັກຂ້ອຍເຮົາທີ່ມີຕໍ່ເຂົາ ແຕ່ຂ້ອຍກໍ່ຍັງເລືອກທີ່ຈະຮັກລາວເຖິງຈະບໍ່ໄດ້ຄອບຄອງແຕ່ມັນກໍ່ດີທີ່ໄດ້ຮັກລາວໂລກຂອງຂ້ອຍທີ່ມີລາວນັ້ນສົດໃສ ເຮັດໃຫ້ທຸກໆມື້ຢາກຕື່ນນອນມາເພື່ອລາວ ເຮັດໃຫ້ການໃຊ້ທີ່ວິດມາຄຸນຄ່າ ແລະມີຄວາມສຸກ ເຖິງຫລັງໆຂ້ອຍຈະຜິດຫວັງແຕ່ຂ້ອຍກໍ່ດີໃຈທີ່ໄດ້ຮັກ❤
@phoutnapha._.
@phoutnapha._. 3 ай бұрын
ຟັງຮອບທີ1000 ມ່ວນນນນ🥺💗
@Piyaphong21
@Piyaphong21 10 ай бұрын
Big Project by: tanu 🫶🏼💗
@ThirdTpk
@ThirdTpk 3 ай бұрын
ເປັນອີກເພງໜຶ່ງຂອງອ້າຍຕານຸທີ່ໂຄດມັກເລີຍ ເປັນໄດ້ທັງເພງຮັກແລະເພງເສົ້າ ມັນຕຳໃຈແຮງ ຮູ້ສຶກຄືຊີວິດນີ້ບໍ່ມີຄວາມໝາຍເລີຍ ການທີ່ເຮົາຮັກແລະທຸ່ມເທໃຫ້ຄົນໆໜຶ່ງແຕ່ພັດບໍ່ໄດ້ຫຍັງກັບມາເລີຍມັນໂຄດເສຍໃຈ ມັນເຮັດໃຫ້ເຮົາບໍ່ຮູ້ຄຸນຄ່າຂອງໂຕເອງ ແລະຕອນນີ້ຂ້ອຍກະເປັນແບບນັ້ນຢູ່🙂🙂
@vannalacpvl9762
@vannalacpvl9762 10 ай бұрын
ບາງຄັ້ງການຖອຍອອກມາ ມັນເຮັດໃຫ້ເຮົາມີຄ່າຫຼາຍກວ່າກັບການຢູ່ຕໍ່🙇🏻
@NamfonSimongkhoun
@NamfonSimongkhoun 5 ай бұрын
ບາງຄັ້ງການເຝົ້າເບິ່ງຄົນທີ່ເຮົາຮັກມີຄວາມຮັກຄັ້ງໃຫມ່ເຖິງຜູ້ຍິງຄົນນັ້ນຊິບໍ່ແມ່ນເຮົາກໍຕາມໄດ້ເຫັນຮອຍຍິ້ມເຂົາຊຳນິກາມີຄວາມສຸກແລ້ວ❤
@XMKITTY-wk3im
@XMKITTY-wk3im 10 ай бұрын
I hope that one day I will be fulfilled in love 🤍
@txmaster4650
@txmaster4650 9 ай бұрын
ໃນຊີວິດນີ້ຂ້ອຍໄດ້ເຂົ້າໃຈຄວາມຮັກແລ້ວວ່າມັນເປັນແບບໄດ໋ ການໄດ້ຮັກໃຜຈັກຄົນດ້ວຍຫົວໃຈນັ້ນເປັນສິ່ງທີ່ພິເສດຫຼາຍ ສິ່ງທີ່ຂ້ອຍບໍ່ເຄີຍເຮັດບໍ່ເຄີຍເຫັນບໍ່ເຄີຍໄດ້ສຳພັດແລະບໍ່ເຄີຍແມ້ແຕ່ຈະຄິດເຖິງກະໄດ້ຮູ້ແລ້ວວ່າມັນເປັນແບບໄດ໋ ແຕ່ວ່າເປັນຫຍັງຄົນທີ່ຮັກຫຼາຍຕ້ອງເປັນຝ່າຍທີ່ຕ້ອງບອກລາ❤️‍🩹ຂ້ອຍບໍ່ເຂົ້າໃຈເລີຍ😔
@manyvanhphongsavanh181
@manyvanhphongsavanh181 Ай бұрын
ຂ້ອຍຈະຮັກເຈົ້າສະເຫມີ ເຈົ້າຈະເປັນຄົນທີ່ຂ້ອຍເຊື່ອງໃນໃຈໃຫ້ເລຶກທີ່ສຸດ:)
@AngIe-lk1vj
@AngIe-lk1vj Ай бұрын
ຖ້າສຸດທ້າຍແລ້ວ ຄົນໆນັ້ນສິບໍ່ແມ່ນຂ້ອຍ ກະບໍ່ເປັນຫຍັງ🫠
@mouysbh162
@mouysbh162 3 ай бұрын
ເຖີ່ງສຸດທ້າຍບໍ່ວ່າມັນຊິຈົບລົງໃນຮູບແບບໃດ ແຕ່ຂ້ອຍຢາກບອກເຈົ້າວ່າຄວາມຮັກໃນຄັ້ງນີ້ຂ້ອຍໂຄດຕັ້ງໃຈຮັກເຈົ້າເລີຍ🤍
@lil_thanh
@lil_thanh 10 ай бұрын
ເພາະຄວາມຮັກເຮັດໃຫ້ຮູ້ຫຼາຍໆຢ່າງ ເເລະເຮັດໃຫ້ເສຍໃຈກັບຫຼາຍໆຢ່າງເຊັ່ນກັນ
The joker favorite#joker  #shorts
00:15
Untitled Joker
Рет қаралды 30 МЛН
OYUNCAK MİKROFON İLE TRAFİK LAMBASINI DEĞİŞTİRDİ 😱
00:17
Melih Taşçı
Рет қаралды 13 МЛН
Right here
3:18
Luh Wvn - Topic
Рет қаралды 382 М.
April - Only Monday |Official MV|
5:30
GeneLab
Рет қаралды 27 МЛН
ລວມເພງ Tanu Vannasin
26:03
Hadtixai Saynalivong
Рет қаралды 30 М.
The joker favorite#joker  #shorts
00:15
Untitled Joker
Рет қаралды 30 МЛН