No video

XOV XWM HMOOB LUANGPRABANG 13-1-2023 (ຂ່າວພາສາມົ້ງ ແຂວງຫຼວງພະບາງ ວັນທີ 13-1-2023)

  Рет қаралды 54

Hmong Luangprabang TV

Hmong Luangprabang TV

Жыл бұрын

ອົງການປົກຄອງເມືອງໂພນທອງ ປະດັບຫລຽນ-ຍ້ອງຍໍ ຜົນງານ 5 ປີ 2016-2020
ວັນທີ 11 ມັງກອນ 2023 ນີ້, ເມືອງໂພນທອງແຂວງຫຼວງພະບາງ ໄດ້ຈັດພິທີປະດັບຫລຽນໄຊແຮງານຊັ້ນ l, ຊັ້ນ ll, ຊັ້ນ lll, ຫລຽນກາແຮງງານ ແລະໃບຍ້ອງຍໍຂັ້ນລັດຖະບານ, ຂັ້ນແຂວງ ແລະຂັ້ນເມືອງໃຫ້ບຸກຄົນ ແລະກົມກອງ ທີ່ມີຜົນງານດີເດັ່ນ ໃນການປະກອບ ສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍ່ຄື ເມືອງໂພນທອງໃນໄລຍະ 5 ປີ ຜ່ານມາ ໃຫ້ກຽດເຂົ້າຮ່ວມ. ມີທ່ານ ບຸນຈັນ ປານຟອງເພັດ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ-ເມືອງໂພນທອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ອາດີດການນໍາຂອງເມືອງ, ອົງການປົກຄອງບ້ານ, ລັດວິສະຫະກິດປະຈໍາເມືອງເຂົ້າຮ່ວມ.
ພິທີທ່ານ ອອນແກ້ວ ໄຊຍະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງໄດ້ຂື້ນຜ່ານລັດຖະດໍາລັດຂອງປະທານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສັບເລກທີ154/ປປທ, ລົງວັນທີ 14 ກັນຍາ (9)2022, ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 363/ນຍ,ລົງວັນທີ 14 ກັນຍາ (9)2022,ວ່າດ້ວຍການປະດັບຫຼຽນກາແຮງງານ ແລະມອບໃບຢ້ອງຍໍຂັ້ນລັດຖະບານ, ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ບຸກຄົນ ແລະກົມກອງ ໃນຂອບເຂດທົ່ວປະເທດ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍ່ຄື ເມືອງໂພນທອງໃນໄລຍະ 5 ປີ ຜ່ານມາ ໃນນັ້ນຫຼຽນໄຊແຮງງານຊັ້ນ l ຈຳນວນ 5 ທ່ານ, ຫຼຽນໄຊແຮງງານຊັ້ນ ll ຈຳນວນ 10 ທ່ານ, 2 ກົມກອງ, ຫຼຽນໄຊແຮງງານຊັ້ນ lll ຈຳນວນ 24 ທ່ານ, ກົມກອງ,ຫຼຽນກາແຮງງານ 94 ທ່ານ, 8 ກົມກອງ ແລະ13 ບ້ານ, ຢ້ອງຍໍຂັ້ນລັດຖະບານ 156 ທ່ານ, 6 ກົມກອງ ແລະ14 ບ້ານ,ຢ້ອງຍໍຂັ້ນແຂວງ 174 ທ່ານ,10 ບ້ານ, ຢ້ອງຍໍຂັ້ນເມືອງມີ 3 ທ່ານຄອບຄົວຕົວແບບໃນການປູກ-ການລ້ຽງ.
ໂອກາດດຽວກັນນີ້ ທ່ານ ບຸນຈັນ ປານຟອງເພັດ ໄດ້ຍ້ອງຍໍຊົມເຊີຍຜົນງານ 5 ປີຂອງເມືອງໂດຍສະເພາະແມ່ນການນໍາຂອງເມືອງ, ພະນັກງານລັດຖະກອນ ແລະບ້ານທີ່ສາມາດຍາດມາໄດ້, ພ້ອມທັງຮຽກຮ້ອງໃຫ້ອົງການຈັດຕັ້ງພັດ-ລັດ ແລະເອກກະຊົນ ຈົ່ງສືບຕໍ່ມີສ່ວນຮ່ວມພັດທະນາເມືອງໂພນທອງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ສືບຕໍ່ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕໍ່ການພັດທະນາໃນໄລຍະຜ່ານມາ ບວກກັບສິ່ງທ້າທາຍໃນໄລຍະໃໝ່ ເຊັ່ນ: ຜົນກະທົບຈາກພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ, ສະພາບຂອງອະນຸພາກພື້ນ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງເມືອງ ເພື່ອພັດທະນາເມືອງ ໃຫ້ເປັນເຂດຜະລິດກະສິກຳສະອາດ ສາມາດຄ້ຳປະກັນດ້ານສະບຽງອາຫານ ເພື່ອບໍລິໂພກຢູ່ພາຍໃນເມືອງ ແລະສົ່ງອອກ, ສ້າງເມືອງໂພນທອງໃຫ້ກາຍເປັນເມືອງທ່ອງທຽວທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ຕິດພັນການກະເສດປູກຝັງລ້ຽງສັດ, ການບໍລິການຂົນສົ່ງ ແລະທີ່ມີຄຸນນະພາບ ແບບຍືນຍົງ ສາມາດເຊື່ອມຕໍ່-ເຊື່ອມຈອດ ກັບບັນດາເມືອງ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນເມືອງ, ເຮັດໃຫ້ເມືອງໂພນທອງມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ.%

Пікірлер
Идеально повторил? Хотите вторую часть?
00:13
⚡️КАН АНДРЕЙ⚡️
Рет қаралды 16 МЛН
Lehanga 🤣 #comedy #funny
00:31
Micky Makeover
Рет қаралды 26 МЛН
Каха заблудился в горах
00:57
К-Media
Рет қаралды 11 МЛН
Autismus-Diagnostik - So war das bei mir im PBZ Iserlohn
21:35
Marina Monaco
Рет қаралды 3 М.
May 26, 2024- Puas Hloov Siab. Kx Tshajlug.
27:02
Kx. Tshajlug Vaj - Official Channel
Рет қаралды 62 М.
Идеально повторил? Хотите вторую часть?
00:13
⚡️КАН АНДРЕЙ⚡️
Рет қаралды 16 МЛН