Рет қаралды 2,629
Phong Davong cover... (ເພື່ອເປັນແນວທາງສຳລັບນັກຮ້ອງຍິງ)
ເພງ “ສົງສານຄົນຊໍ້າ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
Keyboard : PSR SX900
Style : Cool8Beat - Offbeat
Key : F (Tempo : 108)
1) ສຽງໃຜ ດັງແວ່ວມາ
ຢາກເຫັນໜ້າ ເວລາເພງພັດປິວ
ຫວິວໆ ປິວເປັນສຽງສັ່ງ
ຂອງຄົນຊໍ້າ ຣະກັມໃຈ
2) ສົງສານ ສຽງເພງຈົ່ມ
ຄົງຣະທົມ ຂື່ນຂົມບໍ່ເວັ້ນວາຍ
ຂ້ອນຄືນ ຍັງສົ່ງສຽງໄກ
ເໝືອນສຽງໄຫ້ ໃຜລວງມາ
• ຫາ ວ່າຍິງທົ່ວໄປ
ມີຫຼາຍໃຈ ຜິດຄຳສັນຍາ
ບາດຜູ່ຊາຍ ຫຼອກເຂົາບໍ່ວ່າ
ຜູ່ຍິງເສັຽນໍ້າຕາ ເປັນແສນໆ
3) ນ້ອງຂໍ ຮ້ອງຕໍ່ວ່າ
ຍິງແນ່ກວ່າ ຜູ່ຊາຍຕັ້ງຫຼາຍຄະແນນ
ຜູ່ຍິງ ຮັກປັກຝັງແໜ້ນ
ສັນຍາແກ່ນ ແມ່ນວາຍຊົນ...