Рет қаралды 329,261
ເພງ ເຂີຍແດນໄກ ໃພ້ວຽງຈັນ
ຮ້ອງໂດຍ: ບຸນເກີດ ໜູຫ່ວງ ft ນາລິນ ອິນສອນ ແສງຈັນດາລາ
ແຕ່ງໂດຍ: ອຈ ສອນທະວີ ແສງຈັນດາລາ
ດົນຕຣີ: ອຈ ພົນ ຮຸ່ງເພັດ
เพลง เขยแดนไก ใพ้เวียงจัน
ฮ้องโดย บุนเกีด หนูห่วง ft นาลิน อินสอน แสงจันดาลา
แต่งโดย อจ สอนทะวี แสงจันดาลา
ดนตรี อจ พน ฮุ่งเพ็ด
-------ໍໍໍ=====000=====-----
ເນື້ອງເພງ
(ຊາຍ)
ສາວແຂວງວຽງຈັນ ຖິ່ນນັ້ນຊ່າງງາມອີ່ີຫຼີ
ຫີນເຫີບເມືອງແມດກາສີ ວັງວຽງນັ້ນມີມົນຂັງຝັງໃຈ
ເມືອງເຟືອງເມືອງໝື່ນ ຊະນະຄາມນັ້ນງາມວິໄລ
ສາວໂພນໂຮງນັ້ນງາມບາດໃຈ ເໜືອນນ້ຳງື່ມໄຫຼໃສເຢັນເຫັນເງົາ
(ຊາຍ)
ນ້ຳຊອງນ້ຳລິກ ໄຫຼຫຼິກລົງສູ່ນ້ຳງື່ມ
ຍັງຈຳບໍ່ລືມບໍ່ຄຳໝັ້ນສັນຍາ
ຊິໄປຊິເດີອັນເດີນ້ອງນັ້ເຄີຍວ່າ
ສາວທົ່ງຂວັນຕາສາຍາວ່າແຂວງວຽງຈັນ
ອ້າຍໄດ້ມາທ່ຽວຄັ້ງດຽວຕິດອົກຕິດໃຈ
ເປັນລູກສາວໃຜຄືມາຖືກໃຈແທ້ນັ້ນ
ກະດັກກະດໍ້ແມ່ພໍ່ເພິ່ນເອົາຫຍັງປັ້ນ
ສາວແຂວງວຽງຈັນນ້ອງນັ້ນເປັນແຟນຜູ້ເດີ
(ຍິງ)
ຟັງຄຳຍ້ອງຄຳຍ້ອງຄຳຍໍ້ເວົ້າໃສ່
ເວົ້າຈາກໃຈບໍ່ອ້າຍ ບໍອ້າຍບໍໆບໍອ້າຍ
ຄືເວົ້າໃສ່ກັນ ຍ້ອງນ້ອງນັ້ນອົກສັ່ນຂວັນຫາຍ
ຢ່າຍ້ອງຫຼາຍຢາກອາຍເດີ້ອ້າຍ ໝາຍເປັນຊູ້ຊູກັນແທ້ບໍ
ມາຂໍພໍ່ແມ່ນ້ອງຄັນຈິງແທ້ແນ່ນອນ
(ຊາຍ)
ຈະເອົາເທົ່າໃດຄ່າດອງຈະເອົາເທົ່າໃດ
ອ້າຍຈະຫາມາໃຫ້ມາໝັ້ນນ້ອງຕາມຮີດຄອງ
(ຍິງ)
ບໍ່ແພງດອກອ້າຍຮັກແທ້ບໍ່ຫວັງເງິນກອງ
ໄດ້ພໍເປັນຮີດເປັນຄອງແລ້ວນ້ອງກໍ່ຈະໂອເຄ
(ຊາຍ)
ໂອ...ນໍ..ນ້ຳງື່ມ ໃສງາມໆ...ເອີຍ..
ໂອນໍອ້າຍຢາກເປັນຄູ່ຊ້ອນເນື້ອອ່ອນຄີງກົມ
ສາວເມືອງທຸລະຄົມແກ້ວອຸດົມຄົນໂກ້
ແມ່ນວ່າອ້າຍຊິໂສມາສ້າງລ້ຽງນາງພ້ອມພໍ່ແມ່
ຂໍນ້ອງສາວວຽງຄຳອ້າຍຮັກແທ້
ບໍ່ແປປີ້ນປ່ຽນໃຈຫວານໃນໆເອີຍ...
(ຍິງ)
ບ່າວແດນໄກເອີຍ ຄັນແມ່ນອ້າຍຮັກແທ້ໃຫ້ພໍ່ແມ່ມາຂໍ
ໂອມເງິນໃສ່ກະທໍ ມາຂໍນາງໄປຊ້ອນທະແມອ້າຍ
(ຊາຍ)
ສາມເບີລະໄປກະເລີເບີໜຶ່ງ ຖ້ວຍ
ສາມເບີລະໄປກະເລີເບີໜຶ່ງ ມັນຊາບຊື້ງຢູ່ໃນຫົວໃຈ
ຊ່ວງເຮືອບຸນອອກພັນສາ ອ້າຍຈະມາຂໍນ້ອງແທ້ໃດ
ຈະບໍ່ໃຫ້ນ້ອງອາຍໃຜ ຜູ້ຫຼັກຜູ້ໃຫຍ່ແຫ່ແຫນກັນມາ
(ຍິງ)
ຮັກຈິງລະໃຫ້ອ້າຍມາໝາຍໝັ້ນ
ຮັກຈິງລະໃຫ້ອ້າຍມາໝາຍໝັ້ນ
ສາວແຂວງວຽງຈັນຮັກໝັ້ນຄືວ່າ
ສິບນີ້ວພະນົມຍໍມືຂື້ຶ້ນຟ້າ ຂື້ຶ້ນຟ້າເອີຍຂື້ນຟ້າຂື້ນຟ້າ
ສັນຍາໝັ້ນບໍ່ປ່ຽນແປງ
(ຊາຍ)
ກາບພໍ່ຜາແດງໃຫ້ທ່ານແຍງທາງໃຫ້
ຮັບເຂີຍໄທໄກໄວ້ແຂວງວຽງຈັນ